ທ່ານເອກອັກຄະລັດຖະທູດ ດ່ວານຊວນຮຶງ (ເບື້ອງຂວາ) ແລະ ລັດຖະມົນຕີກະຊວງຮ່ວມມືເສດຖະກິດ ແລະ ພັດທະນາ ສະຫະພັນ ເຢຍລະມັນ, ລັດຖະມົນຕີກະຊວງເສດຖະກິດ, ຄົມມະນາຄົມ, ພະລັງງານ ແລະ ເຕັກໂນໂລຢີລັດ Bayern
(ພາບ: Phạm Văn Thắng/Vietnam+)
|
(vovworld) - ໃນຂອບເຂດ “ຄ່ຳຄືນເສດຖະກິດຕ່າງປະເທດລັດ Bayern”, ວິສາຫະກິດ ລັດ Bayern ຂອງ ເຢຍລະມັນ ຫຼາຍແຫ່ງໄດ້ສະແດງຄວາມເອົາໃຈໃສ່ ແລະ ປາດຖະໜາຢາກຊອກຫາບັນດາຄູ່ຮ່ວມມືດຳເນີນທຸລະກິດຢູ່ ຫວຽດນາມ. ເຂົ້າຮ່ວມເຫດການໃນຄ່ຳຄືນວັນທີ 8/2, ຢູ່ນະຄອນ Coburg ມີການນຳບາງກະຊວງ, ຂະແໜງການເສດຖະກິດ ສະຫະພັນ ເຢຍລະມັນ ແລະ ລັດ Bayern, ຜູ້ຕາງໜ້າບາງສະຖານທູດປະຈຳ ແບກແລງ, ຜູ້ຕາງໜ້າບັນດາຫ້ອງການເສດຖະກິດຂອງລັດ Bayern ຢູ່ຕ່າງປະເທດ 26 ທ່ານ, ໃນນັ້ນມີ ຫວຽດນາມ, ພ້ອມກັບວິສາຫະກິດ ລັດ Bayern ແລະ ເຂດອ້ອມຂ້າງນັບຮ້ອຍແຫ່ງ. ທີ່ເຫດການ, ທ່ານ ດ່ວານຊວນຮຶງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢຍລະມັນ ມີການພົບປະກັບລັດຖະມົນຕີກະຊວງຮ່ວມມືເສດຖະກິດ ແລະ ພັດທະນາ ສະຫະພັນ ເຢຍລະມັນ, ລັດຖະມົນຕີກະຊວງເສດຖະກິດ, ຄົມມະນາຄົມ, ພະລັງງານ ແລະ ເຕັກໂນໂລຢີລັດ Bayern ເພື່ອແລກປ່ຽນທິດທາງຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ ກັບ ເຢຍລະມັນ ເວົ້າລວມ ແລະ ລັດ Bayern ເວົ້າສະເພາະກ່ວາອີກ. ທ່ານເອກອັກຄະລັດຖະທູດ ດ່ວານຊວນຮຶງ ກໍ່ພົບປະກັບວິສາຫະກິດຫຼາຍແຫ່ງຂອງລັດ Bayern ເພື່ອປຶກສາຫາລືບັນດາມາດຕະການລະອຽດເພື່ອແນໃສ່ດຶງດູດບັນດາວິສາຫະກິດຂອງລັດ Bayern ແລະ ເຂດອ້ອມຂ້າງເຂົ້າ ຫວຽດນາມ ຮ່ວມມືດຳເນີນທຸລະກິດ ແລະ ລົງທຶນ. ມີວິສາຫະກິດຫຼາຍແຫ່ງຂອງ ລັດ Bayern ສະແດງຄວາມເອົາໃຈໃສ່ເຖິງຕະຫຼາດພວມພັດທະນາຢ່າງແຮງຂອງ ຫວຽດນາມ ແລະ ປາດຖະໜາຢາກຊອກຫາບັນດາຄູ່ຮ່ວມມືດຳເນີນທຸລະກິດຢູ່ ຫວຽດນາມ.