(vovworld) – ຕອນບ່າຍວັນທີ 19/3, ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ສົມທົບກັບສະຫະສະມາຄົມນັກລົງທຶນ ຫວຽດນາມ (ACIV) ໄປ ພະນົມເປັນ ຈັດຕັ້ງການພົບປະສັງສັນປຶກສາຫາລືແຜນການຜັນຂະຫຍາຍວຽກງານຂອງ ACIV ໄລຍະ 2014 – 2015, ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຂອງບັນດາວິສາຫະກິດ ຫວຽດນາມ ຢູ່ ກຳປູເຈຍ. ACIV ວາງອອກຄາດໝາຍຮອດປີ 2015, ຈຳນວນເງິນລົງທຶນໂດຍກົງ (FDI) ຂອງວິສາຫະກິດ ຫວຽດນາມ ເຂົ້າ ກຳປູເຈຍ ບັນລຸໃຫ້ໄດ້ປະມານ 4 – 4,2 ຕື້ USD ແລະ ວົງເງິນການຄ້າ 2 ສົ້ນບັນລຸ 5 ຕື້ USD, ກໍ່ຄືສົ່ງເສີມແຂກທ່ອງທ່ຽວ ຫວຽດນາມ ໄປ ກຳປູເຈຍ ດ້ວຍລະດັບເພີ່ມຂຶ້ນສະເລ່ຍປະມານ 30%/ ປີ, ບັນລຸລະດັບ 1,6 ລ້ານເທື່ອຄົນໃນປີ 2015. ໃນໄລຍະ 2014 – 2015, ACIV ສຸມໃສ່ລົງທຶນເຂົ້າ ກຳປູເຈຍ ໃນບັນດາຂົງເຂດກະສິກຳ, ພະລັງງານ, ການບິນ, ການເງິນທະນາຄານ, ສາທາລະນະສຸກ, ພັດທະນາພື້ນຖານໂຄງລ່າງ, ພ້ອມທັງຊຸກຍູ້ການຮ່ວມມືແລກປ່ຽນສິນຄ້າລະຫວ່າງ 2 ປະເທດ, ພິເສດແມ່ນບັນດາເຂດຊາຍແດນ, ສຸມໃສ່ເຂົ້າໃນບັນດາປະເພດສິນຄ້າທີ່ມີທ່າແຮງຂອງຫວຽດນາມ ຄື ຟຸ່ມເຄມີ, ນ້ຳມັນອາຍແກດ, ພະລັງງານ.