ວິສາຫະກິດຫຼາຍແຫ່ງຂອງສ.ເກົາຫຼີ ເລືອກເຟັ້ນຫວຽດນາມເປັນສະຖານທີ່ລົງທຶນໃນປີ 2015

ວິສາຫະກິດຫຼາຍແຫ່ງຂອງສ.ເກົາຫຼີ ເລືອກເຟັ້ນຫວຽດນາມເປັນສະຖານທີ່ລົງທຶນໃນປີ 2015 - ảnh 1
ທ່ານ​ນາງ Seo Min – Jeong ຫົວ​ໜ້າ​ກົມ​ເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ - ກະ​ຊວງ​ການ​ຕ່າງ​ປະ​ເທດສ.ເກົາຫຼີ

(vovworld)- ຕາມການສຳຫຼວດ​ຄັ້ງຫຼ້າ​ສຸດ​ຂອງ​ສະ​ຫະ​ສະ​ມາ​ຄົມ​ການ​ຄ້າ​ສາ​ກົນ ແຫ່ງສ.ເກົາຫຼີ ໃຫ້​ຮູ້​ວ່າ ວິ​ສາ​ຫະ​ກິດ​ຂອງສ.ເກົາຫຼີ ສ່ວນຫຼາຍ​ໄດ້​ມີ​ແຜນ​ການ​ເປີດ​ກ້​ວາງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຕະຫຼາດ​ຕ່າງ​ປະ​ເທດ​ໃນ​ປີ 2015, ໃນ​ນັ້ນ,​ ຫວຽດ​ນາມແມ່ນ​ປະ​ເທດ​ທີ່​ບັນ​ດາ​ວິ​ສາ​ຫະ​ກິດເລືອກ​ເຟັ້ນ​ເຂົ້າ​ມາ​ລົງ​ທຶນຫຼາຍ​ກ່​ວາ​ໝູ່. ທ່ານ​ນາງ Seo Min – Jeong ຫົວ​ໜ້າ​ກົມ​ເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ - ກະ​ຊວງ​ການ​ຕ່າງ​ປະ​ເທດສ.ເກົາຫຼີ ໃຫ້​ຮູ້​ວ່າ :

    “ ຫວຽດ​ນາມ​ແມ່ນ​ປະ​ເທດ​ທີ່​ມີ​ລະ​ດັບ​ການ​ເຕີບ​ໂຕ​ສູງ, ແຫຼງ່​ຊັບ​ພະ​ຍາ​ກອນຫຼວງຫຼາຍ. ການ​ແລກ​ປ່ຽນ​ສິນ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ຫວຽດ​ນາມ - ສ.ເກົາຫຼີ ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ, ແຕ່​ຂົງ​ເຂດ​ການ​ລົງ​ທຶນ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່. ໃນ​ໄລ​ຍະ​ທ​ີ່​ຈະ​ມາ​ເຖິງ, ພວກ​ຂ້າ​ພ​ະ​ເຈົ້າ​ຫວັງ​ຫວັງ​ວ່າ ການ​ລົງ​ທຶນຂອງ​ຕົນ​ຢູ່​ຫວຽກ​ນາມ ນັບ​ມື້​ນັບ​ເປີດ​ກ້​ວາງ​ຕາມ​ວິ​ວັດ​ທະ​ນາ​ການ​ປົວ​ແປງ​ສິ່ງ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຫວຽດ​ນາມ ”

 

ຂ່າວ/ບົດ​ອື່ນ