ວິສາຫະກິດອີຕາລີ ນັບມື້ນັບເອົາໃຈໃສ່ເຖິງຕະຫຼາດຫວຽດນາມ

ວິສາຫະກິດອີຕາລີ ນັບມື້ນັບເອົາໃຈໃສ່ເຖິງຕະຫຼາດຫວຽດນາມ - ảnh 1
ວິ​ສາ​ຫະກິດ​ອີ​ຕາ​ລີ ນັບ​ມື້​ນັບ​ເອົາ​ໃຈ​ໃສ່​ເຖິງ​ຕະຫຼາດ​ຫວຽດນາມ
(ພາບ: vietnamplus.vn)


(vovworld) – ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ປະຈຳ​ປີ ກ່ຽວ​ກັບ​ເສດຖະກິດ​ເຂດ​​ເອີ​ລົບ​ໃຕ້ - ເມ​ດີ​ແຕ​ລາ​ເນ Sorrento Meeting 2014 ດຳ​ເນີນ​ໄປ​ຢູ່​ນະຄອນ Sorrento ຢູ່​ທາງ​ພາກ​ໃຕ້​ອີ​ຕາ​ລີ ​ໃນ​ລະຫວ່າງ​ວັນ​ທີ 07 – 08/11, ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ເສດຖະກິດ ​ແລະ ຄວາມ​ສາມາດ​ລົງທຶນ​ເຂົ້າ​ຫວຽດນາມ ​​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈທີ່ໃຫຍ່​ຫຼວງຈາກບັນດາ​ນັກຮຽນ​ຮູ້, ນັກ​ຄົ້ນຄວ້າ​ເສດຖະກິດ ​ແລະ ນັກທຸລະກິດ​ອີ​ຕາ​ລີ ກໍ່​ຄື​ຫຼາຍ​ປະ​ເທດ. ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ທ່ານ​ປະທານ​ຄະນະ​ກຳມະ​ການ​ຕິດຕາມ​ກວດກາ​ການ​ເງິນ​ແຫ່ງ​ຊາດ ຫວູວຽດຫງວ້ານ ​ແລະ ທ່ານ​ເອກອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສສ.ຫວຽດນາມ ປະຈຳ​ອີ​ຕາ​ລີ ຫງວຽນ​ຮ່ວາງ​ລອງ ​ເປັນ​ປະທານ. ກ່າວຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ​ທ່ານ ຫວູວຽດຫງວ້ານ ​ເນັ້ນ​ໜັກ​ເຖິງ​ນະ​​ໂຍບາຍ​ຂອງ​ລັດ​ຫວຽດນາມ ​ແມ່ນ “​ເປີດ​ປະຕູ ​ແລະ ​ເຊື່ອມ​ໂຍງ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ທີ່​ສະດວກ, ສົ່ງ​ເສີມ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ ບົນຫຼັກການ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ຮັບປະກັນ​ຜົນ​ປະ​ໂຫຍ​ດອັນ​ຍາວ​ນານ”. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮ່ວາງ​ລອງ ​ໄດ້​ສົ່ງ​ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂໍ້​ມູນ​ຂ່າວກ່ຽວ​ກັບປະ​ເທດ​ຫວຽດນາມ ທີ່ “ໜຸ່ມ​ແໜ້ນ, ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ”, ຢືນຢັນ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພົວພັນ​ດ້ານ​ກາ​ນຄ້າ - ການ​ລົງທຶນ​ທີ່​ໃຫຍ່​ຫຼວງ​ລະຫວ່າງ​ຫວຽດນາມ ກັບ ອີ​ຕາ​ລິ ​ເວົ້າ​ສະ​ເພາະ ​ແລະ ​ເຂດເອີ​ລົບ​ໃຕ້ ເວົ້າ​ລວມ, ພິ​ເສດ​​ເມື່ອ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ອາ​ຊຽນ ຈະ​ໄດ້​ຮັບ​ການ​ລົງ​ນາມ.

ຂ່າວ/ບົດ​ອື່ນ