ເຂດ Umbria-ອີຕາລີ
(ພາບ: phunucongso.com)
(vovworld)- ຕອນບ່າຍວັນທີ 25/4, ຫ້ອງການອຸດສາຫະກຳການຄ້າ ອີຕາລີ ປະຈຳຫວຽດນາມ ໄດ້ຈັດການພົບປະລະຫວ່າງວິສາຫະກິດເຂດ Umbria-ອີຕາລີ ກັບບັນດາວິສາຫະກິດຫວຽດນາມ ເພື່ອແນໃສ່ແລກປ່ຽນ, ປຶກສາຫາລື, ຊອກຫາກາລະໂອກາດລົງທຶນ, ການຄ້າຢູ່ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານ Damiano Francovigia ອັກຄະລັດຖະທູດອີຕາລີ ປະຈຳຫວຽດນາມ ຢືນຢັນວ່າ: ບັນດາວິສາຫະກິດອີຕາລີ ມາຫວຽດນາມ ຄັ້ງນີ້ ໄດ້ທຳການເຄື່ອນໄຫວໃນຫຼາຍຂົງເຂດແຕກຕ່າງກັນຄື: ສະບຽງອາຫານ, ເຄື່ອງສຳອາງ, ການຢາ, ກະສິກຳ, ວັດສະດຸກໍ່ສ້າງ, ຜະລິດໂອໂຕ ແລະ ບັນດາຂະແໜງຜະລິດອຸດສາກະກຳ. ຜູ້ຕາງໜ້າບັນດາວິສາຫະກິດອີຕາລີ ສະແດງຄວາມປາດຖະໜາຢາກພົບປະກັບກະຊວງ ຂະແໜງການຈຳນວນໜຶ່ງຂອງຫວຽດນາມ ເພື່ອຊອກຮູ້ກົນໄກ, ນະໂຍບາຍລົງທຶນ, ລະບົບກົດໝາຍໃນການພັດທະນາເສດຖະກິດຢູ່ຫວຽດນາມ, ກໍ່ຄືມີວິໃສທັດຮອບດ້ານກ່ຽວກັບພື້ນຖານເສດຖະກິດຫວຽດນາມ ເພື່ອຊອກຫາກາລະໂອກາດເຂົ້າມາລົງທຶນ, ການຄ້າໃນໄລຍະຈະມາເຖິງ.