ວິສາຫະກິດອີຢີບຢາກເປີດກວ້າງການດຳເນີນທຸລະກິດຢູ່ຫວຽດນາມ

ວິສາຫະກິດອີຢີບຢາກເປີດກວ້າງການດຳເນີນທຸລະກິດຢູ່ຫວຽດນາມ - ảnh 1
ກອງ​ປະ​ຊ​ຸມ​ສົ່ງ​ເສີມ​ການ​ຄ້າ​ແລະ​ການ​ລົງ​ທຶນຢູ່​ຫວຽດ​ນາມ​
ຈັດ​ຂຶ້ນ​ຢູ່​ແຂວງ Aswan (ອີ​ຢີບ)
ພາບ:TTXVN
(vovworld)- ວັນ​ທີ 11/4, ​ໂດຍສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ກັບ​ຕ່າ​ງ​ປະ​ເທດ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ສອງ​ຝ່າຍ ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຢີບ, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ອີ​ຢີບ ໄດ້​ສົມ​ທົບ​ກັບ​ຫ້ອງ​ການ​ການ​ຄ້າ​ ແຂວງ Aswan ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ຕະ​ຫລາດ​ຫວຽດ​ນາມ: ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ກາ​ລະ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ”. ນະ​ທີ່ນີ້ ທ່ານ ໂດ໋​ຮ່​ວາງ​ລອງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ອີ​ຢີບ​ໄດ້ແນະ​ນຳ​ໂດຍ​ສັງ​ເຂບ​ກ່ຽວ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ເສດ​ຖະ​ກິດ, ຂົງ​ເຂດ​ຮ່ວມ​ມື​ລົງ​ທຶນ, ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນໃນ​ການ​ພັດ​ທະ​ນາ, ບັນ​ດາ​ປະ​ເພດ​ສິນ​ຄ້າ​ຊື່ງ​ຫວຽດ​ນາມ ມີ​ທ່າ​ແຮງ​ກ່ຽວ​ກັບ​ການ​ສົ່ງ​ອອກ​ນຳ​ເຂົ້າ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປາດ​ຖະ​ຫນາ​ວ່າ ສອງ​ຝ່າຍ​ສ້າງ​ຕັງ​ຊ່ອງ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ຕະ​ຫລາດ ເພື່ອ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ​ຫວຽດ​ນາມ ກັບ​ວິ​ສາ​ຫະ​ກິດ​ເຂດ Aswan ເວົ້າ​ສະ​ເພາະ ແລະ ອີ​ຢີບ ເວົ້າ​ລວມ. ໃນ​ຂະ​ນະ​ນັ້ນ ບັນ​ດາ​ວິ​ສາ​ຫະ​ກິດ ອີ​ຢີບ ປາດ​ຖະ​ຫນາ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ການ​ຮ່ວມ​ມື​ລົງ​ທຶນ​ຢູ່ ຫວຽດ​ນາມ. ທ່ານ Isaac Ibrahim, ປະ​ທານ​ບໍ​ລິ​ສັດ​ທ່ອງ​ທ່ຽວ Abraam ແບ່ງ​ປັນ​ວ່າ:      “ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ດຳ​ເນີນ​ໄປ​ສຳ​ເລັດ​ຜົນ, ເປີດ​ປະ​ຕູ​ການ​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ​ລະ​ຫວ່າງ ຫວຽດ​ນາມ ກັບ​ແຂວງ Aswan ເວົ້າ​ສະ​ເພາະ ແລະ ອີ​ຢີບ ເວົ້າ​ລວມ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ວາງ​ແຜນ​ການ​ເຂົ້າ​ດຳ​ເນີນ​ທຸ​ລະ​ກ​ິດ​ຢູ່​ຫວຽດ​ນາມ ເພາະ​ວ່າ ຫວຽດ​ນາມ ແມ່ນ​ປະ​ເທດ​​ທີ່ມີ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ​ພິ​ເສດ​ຄື: ຜະ​ລິດ​ຕະ​ພັນ​ກະ​ເສດ​, ເຄື່ອງ​ປາ​ຂອງ​ດົງ, ສິນ​ໃນ​ນ້ຳ, ໝາກ​ໄມ້​ຫລາຍ​ປະ​ເພດ​. ນັ້ນ​ແມ່​ນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຊິ່ງ​ອີ​ຢີບ​ນິ​ຍົ​ມ​ທີ່​ສຸດ.”

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ