ວິສາຫະກິດອາເມລິກາຊອກຫາກາລະໂອກາດລົງທຶນ,ດຳເນີນທຸລະກິດຍາວນານຢູ່ຫວຽດນາມ

ວິສາຫະກິດອາເມລິກາຊອກຫາກາລະໂອກາດລົງທຶນ,ດຳເນີນທຸລະກິດຍາວນານຢູ່ຫວຽດນາມ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ມີ​ການ​ພົບ​ປະກັບ​ການ​ນຳ​ຂັ້ນ​ສູງ​ຂອງ​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ​
(ພາບ: Nguyễn Dân/TTXVN)

(vovworld) – ຕອ​ນ​ເຊົ້າ​ວັນ​ທີ 2/6, ຢູ່ ຮ່າ​ໂນ້ຍ, ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ມີ​ການ​ພົບ​ປະກັບ​ການ​ນຳ​ຂັ້ນ​ສູງ​ຂອງ​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ​ ທີ່​ພວມ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ນີ້​ແມ່ນ​ບັນດາ​ວິ​ສາ​ຫະກິດ​ລາຍ​ໃຫຍ່​ຂອງ ອາ​ເມ​ລິ​ກາ​ເຄື່ອນ​ໄຫວ​ໃນ​ບັນດາ​ຂົງ​ເຂດ​ຄື: ປະກັນ​ໄພ, ພະລັງງານ, ສຶກສາ​ບຳລຸງ​ສ້າງ.​.​.​ ​​ເຊິ່ງ​ສະພາ​ດຳ​ເນີນ​ທຸລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ ​​ໄດ້ເຊີ້​ນ​ເຊີນ ມາ ຫວຽດນາມ ​ເພື່ອ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື ກັບ ລັດ​ຖະບານ, ກໍ່​ຄື​ປະຊາ​ຄົມ​ວິ​ສາ​ຫະກິດ ຫວຽດນາມ ກ່ຽວ​ກັບ​ວິທີ​ເພື່ອ​ພ້ອມ​ກັນ​ຊຸກຍູ້​ການ​ຮ່ວມ​ມື​ການ​ຄ້າ ​ແລະ ການ​ລົງທຶນ 2 ຝ່າຍ, ຊຸກຍູ້​ວິວັດ​ການ​ເຈລະຈາ​ສັນ​ຍາ​ຄູ່​ຮ່ວມ​ມືຂ້າມ​ ປາຊີ​ຟິກ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ  ຫງວຽນ​ທ້ຽນ​ເຍີນ ​ແລະ ການ​ນຳ​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ​ໄດ້​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ສະພາບ​ເສດຖະກິດ ຫວຽດນາມ, ກາລະ​ໂອກາດ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ໃຫ້​ບັນດາ​ຄູ່​ຮ່ວມ​ມື​ລາຍ​ໃຫຍ່, ຢາກ​ທຳ​ມາ​ຄ້າຂາຍ​ຍາວ​ນານ​ກັບ ຫວຽດນາມ, ສ້າງກຸ່ມ ອາ​ຊຽນ ​ຮ່ວມ​ສຳພັນ ​ແລະ ​ເຊື່ອມ​ໂຍງ​ກ່ວາ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ໃນ​ທ້າຍ​ປີ 2015 ຢ່າງ​ເປັນ​ທາງ​ການ, ວິວັດທະນາ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມືຂ້າມ​ປາຊີ​ຟິກ.

 



ຂ່າວ/ບົດ​ອື່ນ