ວິສາຫະກິດເຕັກໂນໂລຢີດີຈີຕອນ ຕ້ອງນຳໜ້າໃນການພັດທະນາເສດຖະກິດດີຈີຕອນຢູ່ຫວຽດນາມ

(VOVWORLD) -ວັນທີ 23 ທັນວາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ໄດ້ເຂົ້າຮ່ວມເວທີປາໄສ ລະດັບຊາດກ່ຽວກັບການພັດທະນາ ວິສາຫະກິດເຕັກໂນໂລຢີດີຈີຕອນຫວຽດນາມ ປີ 2020 ດ້ວຍຫົວຂໍ້ “ວິສາຫະກິດເຕັກໂນໂລຢີດີຈີຕອນ-ກຳລັງໜູນຊຸກຍູ້ການຫັນປ່ຽນສູ່ດີຈີຕອນ, ພັດທະນາເສດຖະກິດດີຈີຕອນຢູ່ຫວຽດນາມ ” ໄດ້ຖືກຈັດຂຶ້ນຢູ່ຮ່າໂນ້ຍ
ວິສາຫະກິດເຕັກໂນໂລຢີດີຈີຕອນ ຕ້ອງນຳໜ້າໃນການພັດທະນາເສດຖະກິດດີຈີຕອນຢູ່ຫວຽດນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ກ່າວຄຳເຫັນທີ່ເວທີປາໄສ

ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ກ່າວວ່າ :

     “ ພວກເຮົາອາດຈະເຊື່ອໝັ້ນປະຊາຄົມ ວິສາຫະກິດດີຈີຕອນຂອງຫວຽດນາມ ເພື່ອນຳປະເທດພັດທະນາໄວກ່ວາ, ຍືນຍົງກ່ວາ. ໄລຍະກວ່າ 20 ປີທີ່ຜ່ານມາ, ພວກເຮົາໄດ້ພັດທະນາ, ແຕ່ໃນປະຈຸບັນ ຍັງຄົງຢືນຢູ່ເຄິ່ງກາງ. ກ້າວເດີນໄວກ່ວາດ້ວຍວິທີໃດ, ມີຫຼາຍສິ່ງທີ່ຈະຕ້ອງເຮັດ, ຕ້ອງເລັ່ງໃສຂະແໜງໃດໜຶ່ງທີ່ມີກຳລັງແຜ່ກະຈ່າຍຢ່າງໃຫຍ່ຫຼວງ. ເປັນຫຍັງ ພວກເຮົາຈຶ່ງເວົ້າຫຼາຍເຖິງວິສາຫະກິດດີຈິຕອນ, ເລີ່ມຕົ້ນທຸລະກິດ, ເພາະວ່າ ນີ້ແມ່ນເປົ້າໝາຍມີລະດັບການພັດທະນາໄວກ່ວາເມື່ອທຽບໃສ່ເປົ້າໝາຍອື່ນໆ ”

     ແລະ ກໍໃນເວທີປາໄສດັ່ງກ່າວ, ຜະລິດຕະພັນ 14 ຢ່າງ ທີ່ພົ້ນເດັ່ນໄດ້ຮັບລາງວັນ “ຜະລິດຕະພັນເຕັກໂນໂລຢີດີຈີຕອນ Make in Vietnam ” ປີ 2020, ໃນນັ້ນ ມີ 5 ລາງວັນທີ 1 

ຕອບກັບ

ຂ່າວ/ບົດ​ອື່ນ