ວາລະປະຊຸມຄັ້ງທີ14ສະພາທິດສະດີສູນກາງ

ວາລະປະຊຸມຄັ້ງທີ14ສະພາທິດສະດີສູນກາງ - ảnh 1
ກອງ​ປະ​ຊຸມ​ຂອງສະ​ພາ​ທິດ​ສະ​ດີ​ສູນ​ກາງ
(ພາບ: baomoi.com)

(​vovworld) – ​​ວັນ​ທີ 16/1, ຢູ່​ຮ່າ​ໂນ້ຍ, ສະ​ພາ​ທິດ​ສະ​ດີ​ສູນ​ກາງ ດຳ​ເນີນ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 14 ສະ​ຫ​ລຸບ​ວຽກ​ງານ​ປີ 2014 ແລະ ຜັນ​ຂະ​ຫຍາຍ​ທິດ​ທ​າງ, ໜ້າ​ທີ່​ປີ 2015.

        ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ ດິງ​ເທ໋​ຮິງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ, ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ, ສະ​ເໜີ​ໃຫ້​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ, ຍົ​ກ​ສູງ​ຄວາມ​ຮັບ​ຜິດ​ຊອບ, ເຕົ້າ​ໂຮມ​ພູມ​ປັນ​ຍາ, ຄົ້ນ​ຄ້ວາ, ແລກ​ປ່ຽນ​ເຮັດ​​ແຈ້ງ​ບັນ​ດາ​ໝາກ​ຜົນທີ່​ບັນ​ລຸ​ໄດ້ ແລະ ບັນ​ດາ​ສິ່ງ​ຈ​ຳ​ກັດ, ຂໍ້​ຂາດ​ຕົກ​ບົກ​ຜ່ອງໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ປີ 2014 ຂອງ​ສະ​ພາ, ກຳ​ນົດ​ທິດ​ທາງ, ໜ້າ​ທີ່​ວຽກ​ງານ​ຂອງ​ສະ​ພາ​ໃນ​ປີ 2015. ຕາມນັ້ນ​ແລ້ວ, ໜ້າ​ທີ່​ຈຸ​ດ​ສຸມ​ຂອງ​ສະ​ພາ​ທິ​ດ​ສະ​ດີ​ສູນ​ກາງ​ໃນ​ປີ 2015 ແມ່ນ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​​ປົບ​ປຸງ​ບົດ​ລາຍ​ງານ​ສະ​ຫລຸບ​ບາງ​ບັນ​ຫາ​ທິດ​ສະ​ດີ - ພຶດ​ຕິ​ກຳ​ຕົວ​ຈິງ​ຜ່ານ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່​, ​ໃຫ້​ຄຳ​ປຶ​ກ​ສາ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​​ປັບ​ປຸງຮ່າງ​ບັນ​ດາ​ເອກ​ະ​ສານ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 7 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ. ສະ​ພາ​ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ ແລະ ສ້າງ​ສຳ​ເລັດ​ບັນ​ດາ​ຫົວ​ເລື່ອງ​ໃນ​ໂຄງ​ການ​ຈຸດ​ສຸມ​​ລະ​ດັບ​ຊາດ “ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ທິດ​ສະ​ດີ​ການ​ເມືອງ​ໄລ​ຍະ 2011 - 2015”.


ຂ່າວ/ບົດ​ອື່ນ