ວາລະປະຊຸມຄັ້ງທີ23ຂອງຄະນະປະຈຳສະພາແຫ່ງຊາດ
ວາລະປະຊຸມຄັ້ງທີ23ຂອງຄະນະປະຈຳສະພາແຫ່ງຊາດ
(ພາບ: Nhan Sáng/TTXVN)
(vovworld) - ວະລະປະຊຸມຄັ້ງທີ 23 ຂອງຄະນະປະຈຳສະພາແຫ່ງຊາດຖືກໄຂຂຶ້ນໃນຕອນເຊົ້າວັນທີ 23/12, ຢູ່ ຮ່າໂນ້ຍ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຊີ້ແຈ້ງວ່າ: ຄະນະປະຈຳສະພາແຫ່ງຊາດ ຕີລາຄາໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 6 ແລະ ປະກອບຄຳເຫັນໃນເບື້ອງຕົ້ນກ່ຽວກັບວຽກງານກະກຽມກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13, ຮັບຮອງເອົາແຜນການດຳເນີນງານປີ 2014 ຂອງຄະນະປະຈຳສະພາແຫ່ງຊາດ, ໂຄງການຮ່ວມມືສາກົນຂອງບັນດາອົງການຂອງສະພາແຫ່ງຊາດປີ 2014... ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເນັ້ນໜັກໃນວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດປຶກສາຫາລືເພື່ອປະກາດໃຊ້ມະຕິຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບການຜັນຂະຫຍາຍລັດຖະທຳມະນູນສະບັບປັບປຸງ. ມະຕິຂອງຄະນະປະຈຳສະພາແຫ່ງຊາດຈະຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການປະກາດໃຊ້ແຜນການເພື່ອປະຕິບັດ, ນຳລັດຖະທຳມະນູນກ້າວເຂົ້າສູ່ຊີວິດ ເພື່ອໃຫ້ລັດຖະທຳມະນູນກາຍເປັນກົດໝາຍຕົ້ນສະບັບ, ຮັບປະກັນກ່ຽວກັບລະບອບການເມືອງນິຕິກຳ ນຳປະເທດຊາດກ້າວຂຶ້ນ.
ກໍ່ໃນຕອນເຊົ້າວັນທີ 23/12, ຄະນະປະຈຳສະພາແຫ່ງຊາດ ໄດ້ປຶກສາຫາລື ແລະ ຮັບຮອງເອົາຮ່າງລັດຖະດຳລັດຕຳຫຼວດເຄື່ອນທີ່. ຕາມນັ້ນແລ້ວ, ຕຳຫຼວດເຄື່ອນທີ່ຂຶ້ນກັບຕຳຫຼວດປະຊາຊົນ, ແມ່ນກຳລັງຫຼັກແຫຼ່ງປະຕິບັດມາດຕະການປະກອບອາວຸດປົກປັກຮັກສາຄວາມສະຫງົບແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ແລະ ປະຕິບັດບັນດາໜ້າທີ່ອື່ນຕາມຂໍ້ກຳນົດຂອງກົດໝາຍ.