ສົງຄາມການຄ້າຈີນ - ອາເມລິກາ ແມ່ນບັນຫາ “ຮ້ອນເຮັ່ງ” ຢູ່ເວທີປາໄສໂປອາວ

(VOVWORLD) -ວັນທີ 09 ເມສາ, ເປັນມື້ເຮັດວຽກທີ 2 ຂອງເວທີປາໄສໂປອາວ 2018 ດ້ວຍບາງກອງປະຊຸມສຳມະນານອນໃນຂອບເຂດຂອງເວທີປາໄສ.

ສົງຄາມການຄ້າຈີນ - ອາເມລິກາ ແມ່ນບັນຫາ “ຮ້ອນເຮັ່ງ” ຢູ່ເວທີປາໄສໂປອາວ - ảnh 1 (ມື້ເຮັດວຽກທີ 2 ຂອງເວທີປາໄສໂປອາວ 2018)

ຕໍ່ໜ້າບັນຫາທີ່ວ່າ ບັນດາປະເທດອາຊີ ຈະເປັນແນວໃດເມື່ອລັດທິອາລັກຂາພວມຟື້ນຕົວຢ່າງແຮງ, ທ່ານອະດີດເລຂາທິການໃຫຍ່ເວທີປາໄສໂປອາວ ຈຸກ໋ວນຈຸງ ຖືວ່າ, ການພັດທະນາຂອງພື້ນຖານເສດຖະກິດໂລກບໍ່ອາດຕັດແຍກອອກຈາກອາຊີໄດ້. ທ່ານ ຈຸກ໋ວນຈຸງ ເຊື່ອໝັ້ນວ່າ, ບັນດາພື້ນຖານເສດຖະກິດອາຊີ ມີກຳລັງຄວາມສາມາດຢ່າງພຽງພໍເພື່ອປະຕິບັດບັນດາຄາດໝາຍພັດທະນາສະເພາະຂອງຕົນ.

      ໃນມື້ເຮັດວຽກນີ້, ນັກຊ່ຽວຊານ, ນັກຮຽນຮູ້ຫຼາຍທ່ານໄດ້ສະແດງໃຫ້ເຫັນຄວາມວິຕົກກັງວົນຕໍ່ສະພາບການປະເຊີນໜ້າດ້ານການຄ້າລະຫວ່າງຈີນ ແລະ ອາເມລິກາ ທີ່ພວມເກີດຂຶ້ນ. ສຳລັບທ່ານ ຕາຍຊຽງຫຼຸງ, ອະດີດຜູ້ວ່າການທະນາຄານປະຊາຊົນຈີນ, ຖືວ່າ “ສົງຄາມການຄ້າ” ຈະນຳມາເຊິ່ງຄວາມບໍ່ສະດວກໃຫ້ທັງ 2 ປະເທດ, ບໍ່ພຽງແຕ່ສົ່ງຜົນສະທ້ອນໂດຍກົງເຖິງຈີນ ເທົ່ານັ້ນ, ຫາກຍັງກໍ່ຜົນຮ້າຍກ່ຽວຂ້ອງເຖິງບັນດາປະເທດອ້ອມຂ້າງ. ຈີນ - ອາເມລິກາ ແມ່ນ 2 ພື້ນຖານເສດຖະກິດມີລະດັບກ່ຽວຂ້ອງໃຫຍ່ພໍສົມຄວນ, ມີພຽງເສັ້ນທາງເຈລະຈາເທົ່ານັ້ນຈຶ່ງແກ້ໄຂບັນດາຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ 2 ປະເທດໄດ້.

      ແລະກໍ່ໃນວັນດຽວກັນ, ທ່ານອະດີດເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon, ໄດ້ຮັບການເລືອກຕັ້ງເປັນປະທານຂອງເວທີປາໄສໂປອາວ ຄົນໃໝ່. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຈີນ ລິ໋ປາວຕຸງ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຂອງເວທີປາໄສ.

ຕອບກັບ

ຂ່າວ/ບົດ​ອື່ນ