ສົ່ງເສີມການຄ້າ ແລະ ບັນດາກາລະໂອກາດລົງທຶນລະຫວ່າງຫວຽດນາມ ແລະ ອິນເດຍ

ສົ່ງເສີມການຄ້າ ແລະ ບັນດາກາລະໂອກາດລົງທຶນລະຫວ່າງຫວຽດນາມ ແລະ ອິນເດຍ - ảnh 1

(vovworld) - ​ໂດຍສືບ​ຕໍ່​ຜັນ​ຂະຫຍາຍ​ການ​ປະຕິບັດໂຄງການ​ສົ່ງ​ເສີມ​ກາ​ນຄ້າ​ໃນ​ປີນີ້, ອົງການ​ການ​ຄ້າ​ຫວຽດນາມ ປະຈຳ ອິນ​ເດຍ ສົມທົບ​ກັບ​ຫ້ອງ​ການ​ການ​ຄ້າ ​ແລະ ອຸດສາຫະກຳ Cochin (ຫຼື CCCI) ລັດ Kerala ປະ​ເທດ ອິນ​ເດຍ ​ໄດ້ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ: ການ​ຄ້າ 2 ຝ່າຍ ​ແລະ ບັນດາ​ກາລະ​ໂອກາດ​ລົງທຶນ​ພາຍຫຼັງ​ສັນຍາ​ການ​ຄ້າ​ເສລີ ອາ​ຊຽນ - ອິນ​ເດຍ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ເມື່ອ​ວັນ​ທີ 11/5, ທ່ານທີ່​ປຶກສາ​ດ້ານ​ການ​ຄ້າ​ Nguyen Son Ha, ຫົວໜ້າ​ອົງການ​ການ​ຄ້າ​ຫວຽດນາ​ມ ປະຈຳ ອິນ​ເດຍ ​ໄດ້​ແນະນຳ​ສັນ​ຍາ​ການ​ຄ້າ​ເສລີ ອາ​ຊຽນ - ອິນ​ເດຍ ທີ​່ມີ​ຜົນ​ສັກສິດ​ແຕ່​ວັນ​ທີ 1/6/2010, ກໍ​ຄືສະໜອງ​ຂໍ້​ມູນຂ່າວ​ໃໝ່​ສຸດກ່ຽວ​ກັບ​ນະ​ໂຍບາຍ​ເສດຖະກິດ​ກັບຕ່າງປະ​ເທດ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ