ສູ້​ຊົນຍົກ​ວົງ​ເງ​ິນ​ສົ່ງ​ອອກ​ຂອງ​ຂະ​ແໜງ​ກຸ້ງ ຫວຽດ​ນາມ ໃຫ້​ບັນ​ລຸ 4 ຕື້ USD ໃນ​ປີ 2021

(VOVWORLD) -ງານວາງສະແດງ ແມ່ນເວທີປາໄສເພື່ອໃຫ້ຜູ້ຄຸ້ມຄອງ, ນັກວິທະຍາສາດ, ນັກດຳເນີນທຸລະກິດ, ຊາວກະສິກອນ ແບ່ງປັນ, ແນະນຳບັນດາຜະລິດຕະພັນເຕັກໂນໂລຢີໃໝ່, ຮູບແບບທີ່ກ້າວໜ້າ, ເຊື່ອມຕໍ່ການຜະລິດກັບການຈຳໜ່າຍ ແນໃສ່ຍົກສູງປະລິມານການຜະລິດ ແລະ ມູນຄ່າຂອງຜະລິດຕະພັນກຸ້ງ.
ສູ້​ຊົນຍົກ​ວົງ​ເງ​ິນ​ສົ່ງ​ອອກ​ຂອງ​ຂະ​ແໜງ​ກຸ້ງ ຫວຽດ​ນາມ ໃຫ້​ບັນ​ລຸ 4 ຕື້ USD ໃນ​ປີ 2021 - ảnh 1ງານວາງສະແດງເຕັກໂນໂລຢີຂະແໜງກຸ້ງ ຫວຽດນາມ ປີ 2021 (ພາບ: plo.vn)

ງານວາງສະແດງເຕັກໂນໂລຢີຂະແໜງກຸ້ງ ຫວຽດນາມ ປີ 2021 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 14 ເມສາ ຢູ່ ເກີ່ນເທີ. ໂດຍຖືກດຳເນີນແຕ່ວັນທີ 14 – 16 ເມສາ, ດ້ວຍຫົວຂໍ້ “ເປົ້າໝາຍທີ່ຍືນຍົງ”, ງານວາງສະແດງ ແມ່ນເວທີປາໄສເພື່ອໃຫ້ຜູ້ຄຸ້ມຄອງ, ນັກວິທະຍາສາດ, ນັກດຳເນີນທຸລະກິດ, ຊາວກະສິກອນ ແບ່ງປັນ, ແນະນຳບັນດາຜະລິດຕະພັນເຕັກໂນໂລຢີໃໝ່, ຮູບແບບທີ່ກ້າວໜ້າ, ເຊື່ອມຕໍ່ການຜະລິດກັບການຈຳໜ່າຍ ແນໃສ່ຍົກສູງປະລິມານການຜະລິດ ແລະ ມູນຄ່າຂອງຜະລິດຕະພັນກຸ້ງ. ພ້ອມກັນນັ້ນ, ເພີ່ມທະວີການໂຄສະນາຮູບພາບ ກຸ້ງ ຫວຽດນາມ ໃນຕະຫຼາດໂລກ.

        ປັດຈຸບັນ, ຫວຽດນາມ ມີເນື້ອທີ່ລ້ຽງກຸ້ງທີ່ນຳໃຊ້ເຕັກໂນໂລຢີສູງປະມານ 200.000 ເຮັກຕາ. ດ້ວຍລະດັບການເຕີບໂຕສະເລ່ຍປະມານ 7% ຕໍ່ປີຂອງຂະແໜງກຸ້ງໂລກ, ຫວຽດນາມ ອາດຈະກາຍເປັນປະເທດຜະລິດ ແລະ ປຸງແຕ່ງກຸ້ງອັນດັບໜຶ່ງຂອງໂລກ, ກວມເອົາປະມານ 25% ອັດຕາສ່ວນກຸ້ງທົ່ວໂລກ. ເປົ້າໝາຍປີ 2021, ຂະແໜງກຸ້ງ ຫວຽດນາມ ສູ້ຊົນບັນລຸວົງເງິນສົ່ງອອກ 4 ຕື້ USD. 

ຕອບກັບ

ຂ່າວ/ບົດ​ອື່ນ