ສູ້ຊົນປະຕິບັດສຳເລັດເປົ້າໝາຍກໍ່ສ້າງ ແລະ ພັດທະນານະຄອນ ເກີ່ນເທີ ໃຫ້ເປັນຕົວເມືອງແກ່ນສານ ໂດຍໄວ
(VOVWORLD) -ຕອນເຊົ້າວັນທີ 24 ກັນຍາ, ຢູ່ ເກີ່ນເທີ, ຄະນະພັກນະຄອນເກີ່ນເທີ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 14 ອາຍຸການ 2020 – 2025.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ (ພາບ: TTXVN) |
ກ່າວຄຳເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີວ່າ:
“ຕ້ອງສູ້ຊົນປະຕິບັດສຳເລັດເປົ້າໝາຍກໍ່ສ້າງ ແລະ ພັດທະນານະຄອນ ເກິ່ນເທີໃຫ້ກາຍເປັນຕົວເມືອງແກ່ນສານ; ເປັນນະຄອນສີຂຽວ, ສີວິໄລ, ທັນສະໄໝ ເຕັມໄປດ້ວຍສີສັນຂອງທາງທິດຕາເວັນຕົກພາກໃຕ້; ເປັນໃຈກາງຂອງເຂດໃນບາງຂົງເຂດສຳຄັນໂດຍໄວ. ພ້ອມກັນນັ້ນ, ນະຄອນເກີ່ນເທີຕ້ອງເສີມຂະຫຍາຍກຳລັງຄວາມສາມາດບົ່ມຊ້ອນ, ທ່າແຮງ, ແຫຼ່ງກຳລັງທີ່ພວມມີຢູ່ແລ້ວຢ່າງສຸດຂີດ ເພື່ອພັດທະນາບັນດາຂົງເຂດ, ຂະແໜງການ ເພື່ອແຜ່ຂະຫຍາຍແຫຼ່ງກຳລັງ, ຊ່ວຍເຫຼືອນຳພາບັນດາແຂວງ, ນະຄອນອື່ນໆໃນເຂດ ແລະ ຊຸກຍູ້ການຮ່ວມສຳພັນພາຍໃນເຂດ. ສືບຕໍ່ປ່ຽນແປງໃໝ່, ສ້າງລະບອບລະບຽບການບໍລິຫານເຂດໃຫ້ສົມບູນແບບ; ເປັນເຈົ້າການຈັດຕັ້ງການເຊື່ອມຕໍ່ກັບບັນດາແຂວງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ເຂດເສດຖະກິດຈຸດສຸມຢູ່ພາກໃຕ້. ເພີ່ມທະວີການໜູນຊ່ວຍ ແລະ ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ, ສະຫະສະມາຄົມຂະແໜງສິນຄ້າຕ່າງໆເຂົ້າຮ່ວມການເຊື່ອມຕໍ່ເຂດ ເພື່ອເຊື່ອມໂຍງເຂົ້າກັບສາກົນ”.