(vovworld) – ຕອນເຊົ້າວັນທີ 04/02, ຢູ່ນະຄອນ Auckland, ປະເທດນິວຊີແລນ, ລັດຖະມົນຕີກະຊວງການຄ້າ ແລະ ເສດຖະກິດຂອງ 12 ປະເທດສະມາຊິກເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ໄດ້ລົງນາມໃສ່ເອກະສານນີ້ຢ່າງເປັນທາງການ, ເປັນຂີດໝາຍເລື່ອງບັນດາປະເທດໄດ້ສຳເລັດວິວັດການເຈລະຈາທັງໝົດ ເພື່ອສາມາດເຮັດລະບຽບການເຊັນອະນຸມັດຢູ່ແຕ່ລະປະເທດ. ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳການຄ້າຫວຽດນາມ ຫວູຮຸຍຮ່ວາງ ໄດ້ນຳໜ້າຄະນະເຈລະຈາລັດຖະບານຫວຽດນາມ ເຂົ້າຮ່ວມພິທີລົງນາມ. ທ່ານນາຍົກລັດຖະມົນຕີນິວຊີແລນ John Key, ໄດ້ເປັນສັກຂີພິຍານພິທີລົງນາມ. ກ່າວຄຳເຫັນທີ່ພິທີລົງນາມ, ທ່ານນາຍົກລັດຖະມົນຕີ John Key ໄດ້ສະແດງຄວາມເປັນກຽດທີ່ເປັນປະເທດຈັດຕັ້ງພິທີລົງນາມ TPP ຢ່າງເປັນທາງການ ກໍຄືເຂົ້າຮ່ວມບັນດາວິວັດແຫ່ງການສ້າງຕັ້ງ TPP (ນິວຊີແລນ ແມ່ນໜຶ່ງໃນຈຳນວນ 4 ປະເທດສ້າງຕັ້ງ TPP). ທ່ານໄດ້ຖືວ່າ, TPP ໄດ້ຊ່ວຍຫັນການຄ້າເປັນເສລີ ແລະ ສ້າງເງື່ອນໄຂສະດວກກວ່າໃຫ້ແກ່ການແລກປ່ຽນດ້ານການຄ້າໃນທົ່ວພາກພື້ນອາຊີ - ປາຊີຟິກ ແລະ ຈະນຳມາເຖິງບັນດາຜົນປະໂຫຍດດີທີ່ສຸດໃຫ້ 12 ປະເທດສະມາຊິກ ກໍຄືພົນລະເມືອງຂອງບັນດາປະເທດນີ້ໂດຍສັງເຂບ.
ພາຍຫຼັງພິທີລົງນາມໃນວັນທີ 04/02 ນີ້, ແຕ່ລະປະເທດຈະມີເວລາ 2 ປີ ເພື່ອປະຕິບັດບັນດາຂັ້ນຕອນພາຍໃນ, ສຳເລັດລະບຽບການໃຫ້ສັດຕະຍາບັນທີ່ສະພາແຫ່ງຊາດ ເພື່ອໃຫ້ TPP ມີຜົນສັກສິດ. TPP ແມ່ນຂໍ້ຕົກລົງດ້ານການຄ້າເສລີລະຫວ່າງ 12 ປະເທດ (ລວມມີ: ການາດາ, ບຣຸໄນ, ເມັກຊີໂກ, ນິວຊີແລນ, ເປຣູ, ສິງກະໂປ, ອົດສະຕາລີ, ອາເມລິກາ, ຍີ່ປຸ່ນ ແລະ ຫວຽດນາມ), ເຊິ່ງໄດ້ຮັບການສ້າງຕັ້ງ ດ້ວຍຄາດໝາຍຕົ້ນຕໍ່ແມ່ນລົບລ້າງບັນດາພາສີ ແລະ ຮົ້ວກີດແຂວງດ້ານສິນຄ້າ, ການບໍລິການຂາອອກຂາເຂົ້າລະຫວ່າງບັນດາປະເທດສະມາຊິກ. ເມື່ອມີິຜົນສັກສິດ, TPP ຈະກາຍເປັນເຂດການຄ້າເສລີດ້ວຍພົນລະເມືອງ 800 ລ້ານຄົນ, ກວມເອົາ 30% ວົງເງິນການຄ້າທົ່ວໂລກ ແລະ ເກືອບ 40% ປະລິມານເສດຖະກິດໂລກ.
ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ພາຍຫຼັງພິທີລົງນາມ, ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳການຄ້າ ຫວູຮຸຍຮ່ວາງ ໃຫ້ຮູ້ວ່າ, 12 ປະເທດສະມາຊິກເຂົ້າຮ່ວມສັນຍາ TPP ໄດ້ລົງນາມໃນສັນຍານີ້ຢ່າງເປັນທາງການໃນວັນທີ 04/02/2016 ຄືດັ່ງຄຳໝັ້ນສັນຍາກ່ອນນີ້. ຫວັງວ່າ, ສັນຍາ TPP ຈະໄດ້ຮັບການປະຕິບັດຖືກກຳນົດເວລາໃນປີ 2018.
“ສຳລັບຫວຽດນາມ ແລ້ວ, ເລື່ອງລົງນາມສັນຍາ TPP ອາດໄດ້ຮັບຖືວ່າ ແມ່ນຂີດໝາຍອັນໃຫຍ່ຫຼວງ ໃນວິວັດການເຊື່ອມໂຍງເສດຖະກິດກັບສາກົນ, ຍ້ອນນີ້ແມ່ນຄັ້ງທຳອິດທີ່ພວກເຮົາເຈລະຈາ ແລະ ລົງນາມໃນສັນຍາການຄ້າເສລີລຸ່ນໃໝ່ ແລະ ມີມາດຖານສູງຄື TPP. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ, ໃນວິວັດແຫ່ງການເຊື່ອມໂຍງເສດຖະກິດກັບສາກົນ, ພວກເຮົາມີບາດກ້າວເຕີບໃຫຍ່ກວ່າ ນັບແຕ່ເຂົ້າເປັນສະມາຊິກອາຊຽນ ເມື່ອປີ 1995. ສັນຍາ TPP ຈະນຳມາເຊິ່ງ ກາລະໂອກາດທີ່ໃຫຍ່ຫຼວງໃຫ້ເສດຖະກິດຂອງປະເທດ”.
ມີການຄົ້ນຄວ້າຫຼາຍຢ່າງຂອງບັນດາອົງການຈັດຕັ້ງຢູ່ພາຍໃນ ແລະ ຕ່າງປະເທດຊີ້ໃຫ້ເຫັນວ່າ, ຫວຽດນາມ ແມ່ນປະເທດໄດ້ຮັບຜົນປະໂຫຍດຫຼາຍກວ່າໝູ່ ເມື່ອ TPP ໄດ້ຮັບການປະຕິບັດ, ໂດຍສະເພາະແມ່ນໃນຂົງເຂດການຄ້າ, ສິນຄ້າ, ດຶງດູດການບໍລິການ ແລະ ການລົງທຶນ. ກາລະໂອກາດໃຫຍ່ຫຼວງທີ່ສຸດແມ່ນກ່ຽວຂ້ອງເຖິງຂົງເຂດສົ່ງອອກ.