ສັນຍາຄູ່ຮ່ວມມືຂ້າມປາຊີຟີກTPP:ກາລະໂອກາດແລະສິ່ງທ້າທາຍສຳລັບນັກທຸລະກິດແລະຄົນງານຍິງຫວຽດນາມ
ກອງປະຊຸມສຳມະນາ “ສັນຍາຄູ່ຮ່ວມມືຂ້າມປາຊີຟີກ TPP"
ພາບ:vov
|
(vovworld)- ຕອນເຊົ້າສັນ 26/4 ຢູ່ ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງຫວຽດນາມ ສົມທົບກັບອົງການພັດທະນາສາກົນຂອງອາເມລິກາ ຈັດຕັ້ງກອງປະຊຸມສຳມະນາ “ສັນຍາຄູ່ຮ່ວມມືຂ້າມປາຊີຟີກ TPP: ກາລະໂອກາດ ແລະ ສິ່ງທ້າທາຍສຳລັບນັກທຸລະກິດຍິງ ແລະ ຄົນງານຫວຽດນາມ”. TPP ມີ ຜົນກະທົບໂດຍກົງບໍ່ພຽງແຕ່ສຳລັບວິສາຫະກິດເທົ່ານັ້ນ ຫາກນັບທັງກຸ່ມຄົນງານຍິງຫວຽດນາມ ປະຈຸບັນອີກດ້ວຍ. ເພື່ອຫນູນຊ່ວຍບັນດາວິສາຫະກິດ ແລະ ຄົນງານຍິງ ເປັນເຈົ້າການໃນໄລຍະເຊື່ອມໂຍງ, ທ່ານນາງ ຫງວຽນທິທູຮ່າ, ປະທານສະຫະພັນແມ່ຍິງຫວຽດນາມ ໃຫ້ຮູ້ວ່າ:
“ສະຫະພັນໄດ້ມີຫລາຍວຽກແທດຈິງໃຫ້ແກ່ວິສາຫະກິດ ແລະ ຄົນງານຍິງ. ສະຫະພັນ ມີຫລາຍໂຄງການ, ການເຄື່ອນໄຫວຫນູນຊ່ວຍກ່ຽວຂ້ອງເຖິງການກະທົບນະໂຍບາຍ, ບຳລຸງສ້າງການເລີ່ມດຳເນີນອາຊີບ ແລະ ສຳຜັດກັບແຫລ່ງການເງິນ, ສິນເຊື່ອ, ຫນູນຊ່ວຍສຳຜັດກັບຕະຫລາດ, ຫນູນຊ່ວຍພັດທະນາເຄືອຂ່າຍນັກທຸລະກິດຍິງ ແລະ ບັນດາການເຄື່ອນໄຫວສອນວິຊາຊີບໃຫ້ແກ່ຄົນງານ, ແມ່ຍິງຊົນນະບົດ ແລະ ບັນດາກຸ່ມແມ່ຍິງອື່ນ.”