ສັນຍານຕັ້ງໜ້າໃຫ້ແກ່ການເຈລະຈາຮອບໃໝ່ກ່ຽວກັບໂຄງການ ນິວເຄຼຍ ອີຣານ
ການເຈລະຈາກ່ຽວກັບໂຄງການນິວເຄຼຍ ອີຣານໃກ້ຈະເຊື່ອມຕໍ່ຄືນໃໝ່
(ພາບ: internet )
|
Vovworld- ກ່າວຄຳເຫັນທາງສື່ມວນຊົນ ອີຣານເມື່ອວັນທີ 23/10, ທ່ານຮອງເລຂາທິການໃຫຍ່ສະພາປ້ອງກັນຄວາມສະຫງົບສູງສຸດອີຣານ Ali Baqeri ໃຫ້ຮູ້ວ່າ ຜູ້ຕາງໜ້າກຸ່ມ P5+1 ຊຶ່ງລວມມີ 5 ປະເທດປະຈຳສະພາຄວາມໝັ້ນຄົງ ສ.ປ.ຊ ແລະ ເຢຍລະມັນ, ໄດ້ພົວພັນກັບບັນດາເຈົ້າໜ້າທີ່ ອີຣານເພື່ອປຶກສາຫາລືເລື່ອງເຊື່ອມຕໍ່ການເຈລະຈາກ່ຽວກັບໂຄງການນິວເຄຼຍທີ່ກໍ່ການຖົກຖຽງກັນຂອງປະເທດນີ້. ກ່ອນໜ້ານັ້ນ, ທ່ານຮອງເລຂາທິການໃຫຍ່ສະພາປ້ອງກັນຄວາມສະຫງົບສູງສຸດອີຣານ Ali Baqeri ເນັ້ນໜັກວ່າ ເຕເຮຣານພ້ອມແລ້ວ ຈະເຊື່ອມຕໍ່ການເຈລະຈາກັບ ກຸ່ມ P5+1 ຖ້າຫາກກຸ່ມປະເທດນີ້ສະແດງເຈດຕະນາດີ.
ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງນ້ຳມັນເຊື້ອໄຟ ອີຣານ Rostam Qasemi ໄດ້ກ່່າວເຕືອນວ່າ ອີຣານຈະຢຸດທຸກການເຄື່ອນໄຫວສົ່ງອອກນ້ຳມັນຖ້າຫາກອາເມລິກາເພີ່ມທະວີບັນດາຄຳສັ່ງລົງໂທດ. ທ່ານລັດຖະມົນຕີກະຊວງນ້ຳມັນເຊື້ອໄຟ ອີຣານ Rostam Qasemi ປະກາດວ່າ ປະຈຸບັນ ອີຣານຍັງຄົງຮັກສາການຜະລິດນ້ຳມັນ 4 ລ້ານຖັງ/ວັນ ແລະ ປະຕິເສດຂ່າວຄາວທີ່ວ່າ ປະລິມາການຜະລິດນ້ຳມັນຂອງປະເທດນີ້ໄດ້ຫຼຸດລົງເຫຼືອພຽງ 2,7ລ້ານຖັງ/ວັນ.