ສົນທິສັນຍາຄ້າຂາຍອາວຸດຂອງສປຊມີຜົນສັກສິດຢ່າງເປັນທາງການ

ສົນທິສັນຍາຄ້າຂາຍອາວຸດຂອງສປຊມີຜົນສັກສິດຢ່າງເປັນທາງການ - ảnh 1
ພາບ​ປະ​ກອບ:AFP

(vovworld)-​​ພາຍ​ຫລັງ​ການ​ເຈ​ລະ​ຈາ​ຕ່າງໆທີ່​ແກ່​ຍາວ​ມາ​ເປັນ​ເວ​ລາ​ຫລາຍ​ປີ ດ້ວຍຈຳ​ນວນ​ປະ​ເທດ​ສະ​ມາ​ຊິກ​ຮັບ​ຮອງ​ເອົາ​ໄດ້​ລື່ນ​ກາຍ 50 ປະ​ເທດ, ສົນ​ທິ​ສັນ​ຍາ ຄ້າ​ຂາຍ​ອາ​ວຸດ​ສາ​ກົນ​ຂອງ ສ​ປ​ຊ (UNATT) ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາກ​ງານ​ແຕ່​ວັນ​ທີ 24/12 ເປັນ​ຕົ້ນ​ໄປ. ເນື່ອງ​ໃນ​ໂອ​ກາດນີ້ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki moon ໄດ້​ສົ່ງ​ສານ​ເຖິງ 193 ປະ​ເທ​ດ​ສະ​ມາ​ຊິກ ຊົມ​ເຊີຍ​ເລື່ອງ UNATT ມີ​ຜົນ​ສ​ັກ​ສ​ິດ​ຢ່າງ​ເປັນ​ທາງ​ການ ພ້ອມ​ທັງ​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດບໍ່​ທັນ​ລົງ​ນາມ ຫລື ບໍ່​ທັນ​ໃຫ້​ສັດ​ຕະ​ຍາ​ບັນ ມີ​ຂໍ້​ຕົກ​ລົງ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ​ໂດຍ​ໄວ. ສ່ວນ ທ່ານ Zeid Raad al Hussein ຂ້າ​ຫລວງ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ ຖື​ວ່າ: ເລື່ອງ UNATT ເລີ່ມ​ມີ​ຜົນ​ສັກ​ສິດ ແມ່ນ​ເຫດ​ການ​ເປີດ​ສັງ​ກາດ​ໃຫມ່​ກ່ຽວ​ກັບ​ການ​ຮັກ​ສາ​ສິດ​ທິ​ມະ​ນຸດ, ຊ່ວຍ​ໃຫ້​ບັນ​ດາ​ປະ​ເທດ​ມີ​ພື້ນ​ຖານ​ໝັ້ນ​ແກ່ນ​ເພື່ອ​ຄວບ​ຄຸມ​ການ​ຄ້າ​ຂາຍ​ອາ​ວຸດ​ທຳ​ມະ​ດາ​ກໍ​ຄື​ການ​ນຳ​ໃຊ້​ອາ​ວຸດ, ບໍ່​ປະ​ໃຫ້​ບັນ​ດາ​ອາ​ວຸດນີ້​ໄດ້​ນຳ​ໃຊ້​​ເຂົ້າ​ໃນ​ການ​ຕ້ານ​ຄືນ​ມະ​ນຸດ.

ຂ່າວ/ບົດ​ອື່ນ