ສິ້ນສຸດການເຈລະຈາ ເພີ່ມເຕີມ TPP ຢູ່ອາເມລິກາ


ສິ້ນສຸດການເຈລະຈາ ເພີ່ມເຕີມ TPP ຢູ່ອາເມລິກາ - ảnh 1

ທ່າ​ນນາງ Carol J. Guthrie ທີ່​ປຶກສາ​ຂັ້ນສູງ​ຜູ້ຕາງໜ້າ​ການ​ຄ້າ​ອາ​ເມ​ລິ​ກາ

 (ພາບ: vov.vn)

 (vovworld)- ການ​ປະຊຸມ​ລັບ​ຂັ້ນຫົວໜ້າ​ຄະນະ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຝິກ (TPP) ​ໄດ້ສິ້ນ​ສຸດ​ລົງ​ໃນ​ຮຸ່ງ​ເຊົ້າວັນ​ທີ 24/11, ຕາມ​ເວລາ​ອາ​ເມ​ລິ​ກາ​ ຢູ່​ລັດ Utah ປະ​ເທດ​ອາ​ເມ​ລິ​ກາ. ສະ​ມາ​ຊິກ​ກ່ວາ 1000 ທ່ານ​ຂອງ 12 ຄະນະ​ເຈລະຈາ​ໄດ້​ມີໜ້າ​ຢູ່ Utah ​ເພື່ອ​ເຂົ້າຮ່ວມ​ວາລະ​ເຈລະຈາ​ເພີ່ມ​ເຕີ່​ມພາຍຫຼັງ​ຮອບ​ເຈລະຈາ​ທີ 19 ຢູ່​ບຣູ​ໄນ ​ເມື່ອ​ເດືອນ 8/2013 ຜ່ານ​ມາ. ໝາກຜົນ​ຂອງ​ຮອບ​ເຈລະຈາ​ຄັ້ງນີ້​ຈະ​ແມ່ນ​ພື້ນຖານຄຳ​ຄັນ​ເພື່ອ​ໃຫ້ການ​ປະຊຸມ​ລັດຖະມົນຕີ​ບັນດາ​ພື້ນຖານ​ເສດຖະກິດ ​ TPP ຊື່​ງຈະ​ຈັດ​ຂຶ້ນໃນ​ເດືອນ 12/2013 ຢູ່​ສິງກະ​ໂປ ຕົກລົງ​ກັນ​ວ່າ​ຈະ​ສາມາດ​ສິ້ນ​ສຸດ​ການ​ເຈລະຈາ​ໃນ​ປີ​ນີ້​ຄື​ດັ່ງ​ຄຳໝັ້ນສັນຍາ​ໄດ້​ຫຼື​ບໍ່.

   ທ່ານ​ເຈິ່ນກວກ​ແຄງ ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​, ຫົວໜ້າ​ຄະນະ​ເຈລະຈາຫວຽດນາມ ຖື​ວ່າ, ຂົງ​ເຂດ​ການ​ຈໍລະ​ຈອນ​ສິນຄ້າ​ຈະ​ແມ່ນ​ຈຸດ​ສຸມ​ໃນ​ການ​ປະຊຸມ​ລະຫວ່າງ​ບັນດາ​ທ່ານ​ລັດຖະມົນຕີ​ຢູ່​ສິງກະ​ໂປ:

   “ຝ່າຍ​ຕ່າງໆ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄຫວ​ພິບ, ສະນັ້ນ​ໄດ້ມີ​ຄວາມ​ຄຶບໜ້າ​ຫຼາຍ​ຢ່າງ​ໃນ​ຂົງ​ເຂດ​ຕ່າງໆ, ນັບ​ທັງ​ຂົງ​ເຂດ​ກຳມະສິດ​ພູມ​ປັນຍາ, ລັດ​ວິ​ສາ​ຫະກິດ, ການ​ອອກ​ແຮງ​ງານ ​ແລະ ສິ່ງ​ແວດ​ລ້ອມ. ການ​ເຈລະຈາ​ຈະ​​ບັນລຸ​ໝາກ​ຜົນໄດ້​​ຫຼື​ບໍ່​ແມ່ນ​ຂຶ້ນ​ກັບການ​ປະຊຸມ​ຂັ້ນລັດຖະມົນຕີ​ຄັ້ງນີ້“.

ຂ່າວ/ບົດ​ອື່ນ