ສິ້ນສຸດວາລະການພິຈາລະນາໂທດສາສຸດທ້າຍສຳລັບໂທດປະທານາທິບໍດີສ.ເກົາຫຼີ
ວາລະການພິຈາລະນາໂທດສາສຸດທ້າຍສຳລັບໂທດປະທານາທິບໍດີສ.ເກົາຫຼີ
(ພາບ: AFP/TTXVN)
(vovworld) - ຕອນຄ່ຳວັນທີ 27/02, ສານລັດຖະທຳມະນູນສ.ເກົາຫຼີ ໄດ້ສິ້ນສຸດວາລະ ການພິຈາລະນາໂທດສຸດທ້າຍສຳລັບທ່ານນາງປະທານາທິບໍດີ Park Geun hye, ໃນຂະນະທີ່ບັນດາການແຫ່ຂະບວນປະທ້ວງຄັດຄ້ານ ແລະ ສະໜັບສະໜູນຜູ້ນຳຄົນນີ້ຍັງຖືກດຳເນີນຢູ່ນອກສຳນັກງານສານ. ທ່ານນາງປະທານາທິບໍດີ Park Geun hye ບໍ່ເຂົ້າຮ່ວມວາລະພິຈາລະນາໂທດຄັ້ງນີ້, ແຕ່ໄດ້ສົ່ງຖະແຫຼງການສະບັບໜຶ່ງເຖິງສານ, ໃນນັ້ນຊີ້ແຈ້ງບັນດາຄວາມມານະພະຍາຍາມຮັບໃຊ້ປະເທດຊາດຂອງຕົນ, ພ້ອມທັງເນັ້ນໜັກວ່າ ບໍ່ໄດ້ເຮັດສິ່ງໃດໆເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ. ການນຳຜູ້ນີ້ກໍຂໍໂທດຍ້ອນກໍ່ໃຫ້ເກີດ “ຄວາມເຈັບປວດທີ່ໃຫຍ່ຫຼວງ” ໃຫ້ປະຊາຊົນ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຄວາມສາມັກຄີແຫ່ງຊາດ ແລະ ຜ່ານຜ່າສະພາບການຄືໃນປະຈຸບັນ.
ໃນກໍລະນີສານລັດທະທຳມະນູນ ເຫັນດີຕໍ່ຂໍ້ສະເໜີພິຈາລະນາໂທດ ແລະ ຢຸດຕິການດຳລົງຕຳແໜ່ງປະທານາທິບໍດີຂອງທ່ານນາງ Park Geun hye, ສ.ເກົາຫຼີ ຈະຈັດການເລືອກຕັ້ງປະທານາທິບໍດີໃນຮອບເວລາ 60 ວັນຕາມພາຍຫຼັງ.