ສູນແຈ້ງເຕືອນຄື້ນຟອງຍັກຢູ່ທະເລຕາເວັນອອກ ເລີ່ມຕົ້ນການເຄື່ອນໄຫວ

(VOVWORLD) -      ວັນທີ 5 ພະຈິກ, ສູນແຈ້ງເຕືອນຄື້ນຟອງຍັກ ຢູ່ທະເລຕາເວັນອອກ ໂດຍສູນພະຍາກອນສ່ິງແວດລ້ອມທະເລ ຈີນ ເປັນຜູ້ປະສານງານ ໄດ້ເລີ່ມເຄື່ອນໄຫວຢ່າງເປັນທາງການແລ້ວ. 

  ສູນດັ່ງກ່າວ ຈະສະໜອງການບໍລິການຕິດຕາມກວດກາ ແລະ ແຈ້ງເຕືອນຄື້ນຟອງຍັກໃຫ້ 9 ປະເທດ ເຊິ່ງລວມມີ ຈີນ, ບຣູໄນ, ກໍາປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ ໃນຕະຫຼອດ 24 ຊົ່ວໂມງ.

        ສູນແຈ້ງເຕືອນຄື້ນຟອງຍັກຢູ່ທະເລຕາເວັນອອກ ສາມາດພະຍາກອນກ່ຽວກັບຕົວລັບພື້ນຖານຂອງການເກີດແຜ່ນດິນໄຫວໃນຮອບເວລາແຕ່ 3 – 5 ນາທີ ບໍ່ວ່າແຜ່ນດິນໄຫວນັ້ນ ຈະເກີດຂຶ້ນຢູ່ໃສ. ໄປຄຽງຄູ່ກັນນັ້ນ, ສູນດັ່ງກ່າວ ຍັງນໍາໃຊ້ຂໍ້ມູນຈາກລະບົບເຄື່ອງວັດແທກລະດັບນໍ້າ, ເຊິ່ງລວມມີສະຖານີີຢູ່ຈີນ 106 ແຫ່ງ ແລະ ຢູ່ໃນໂລກ ກວ່າ 800 ແຫ່ງ, ຜ່ານນັ້ນ ຈະມີການແຈ້ງເຕືອນຢ່າງວ່ອງໄວ ເມື່ອເກີດຄື້ນຟອງຍັກຢູ່ພາກພື້ນ. ໄປຄຽງຄູ່ກັນນັ້ນ, ຍ້ອນມີລະບົບແກ້ໄຂຂໍ້ມູນຂ່າວສານກ່ຽວກັບຄື້ນຟອງຍັກທີ່ອັດສະລິຍະ, ສູນດັ່ງກ່າວ ຈຶ່ງສາມາດແຈ້ງເຕືອນຄື້ນຟອງຍັກໄດ້ໃນເວລາພຽງແຕ່ 10 ນາທີ ພາຍຫຼັງເກີດເຫດແຜ່ນດິນໄຫວ. 

ຕອບກັບ

ຂ່າວ/ບົດ​ອື່ນ