ສືບຕໍ່ຊຸກຍູ້ການພົວພັນອີຕາລີ-ຫວຽດນາມໃຫ້ຂື້ນສູ່ບັນດາລະດັບສູງໃໝ່
ທ່ານນາງຮອງປະທານສະພາຕ່ຳອີຕາລີ Marina Sereni
(ພາບປະກອບ: ilpost)
(vovworld) - ສືບຕໍ່ຊຸກຍູ້ການພົວພັນອີຕາລີ - ຫວຽດນາມ ໃຫ້ຂື້ນສູ່ບັນດາລະດັບສູງໃໝ່, ນີ້ແມ່ນຄຳຢືນຢັນຂອງທ່ານນາງຮອງປະທານສະພາຕ່ຳອີຕາລີ Marina Sereni ໃນພິທີສະເຫຼີມສະຫຼອງ 71 ປີແຫ່ງວັນຊາດຫວຽດນາມ (02/09) ໂດຍສະຖານທູດຫວຽດນາມ ປະຈຳອີຕາລີ ຈັດຕັ້ງ ໃນວັນທີ 16/09. ກ່າວຄຳເຫັນທີ່ພິທີ, ທ່ານນາງ Sereni ໄດ້ເນັ້ນໜັກເຖິງການຮ່ວມມືລະຫວ່າງ 2 ປະເທດ ທີ່ພວມພັດທະນາຢ່າງດີງາມ, ບໍ່ພຽງແຕ່ໃນຂົງເຂດເສດຖະກິດ, ການຄ້າ ແລະ ວັດທະນະທຳເທົ່ານັ້ນ, ຫາກຍັງເປີດກວ້າງອອກສູ່ຫຼາຍຂົງເຂດຄື: ການສຶກສາ, ທ່ອງທ່ຽວອີກດ້ວຍ. ໃນ 3 ປີຜ່ານມາ, ມູນຄ່າຮ່ວມມືດ້ານການຄ້າລະຫວ່າງ 2 ປະເທດໄດ້ເພີ່ມຂຶ້ນທົບ 2 ເທົ່າ, ຊ່ວຍໃຫ້ຫວຽດນາມ ກາຍເປັນຄູ່ຮ່ວມມືລາຍໃຫຍ່ທີ່ສຸດຂອງອີຕາລີ ໃນກຸ່ມອາຊຽນ.
ສ່ວນທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຕາລີ ກາວຈິ໋ງທ້ຽນ ຢືນຢັນວ່າ ການພົວພັນລະຫວ່າອີຕາລີິ - ຫວຽດນາມ ໄດ້ພັດທະນາຢ່າງຕໍ່ເນື່ອງ, ຕັ້ງໜ້າໃນໄລຍະຜ່ານມາ ແລະ ແຈ້ງໃຫ້ຊາບກ່ຽວກັບການຢ້ຽມຢາມທາງລັດຖະກິດຂອງປະທານປະເທດຫວຽດນາມ ເຖິງອີຕາລີ ແລະ ການຢ້ຽມຢາມຂອງປະທານສະພາສູງອີຕາລີເຖິງຫວຽດນາມ ແມ່ນ 2 ໃນບັນດາການແລກປ່ຽນຄະນະຜູ້ແທນເຊິ່ງຈະດຳເນີນແຕ່ນີ້ຮອດທ້າຍປີ.