ສືບຕໍ່ເພີ່ມທະວີບັນດາມາດຕະການເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈຶ່ງຮຽກຮ້ອງໃຫ້ສືບຕໍ່ມີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ ເພື່ອໃຫ້ປະຊາຊົນທຸກຄົນລ້ວນແຕ່ໄດ້ຕ້ອນຮັບບຸນເຕັດດ້ວຍຄວາມປອດໄພ.
ສືບຕໍ່ເພີ່ມທະວີບັນດາມາດຕະການເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)

        ຕອນບ່າຍວັນທີ 23 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ຫົວໜ້າຄະນະຊີ້ິ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 (ຄະນະຊີ້ນຳ) ເປັນປະທານກອງປະຊຸມຄັ້ງທີ 19 ຂອງຄະນະຊີ້ນຳທາງໄກກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຖືວ່າ, ໃນໄລຍະຈະມາເຖິງແມ່ນຮອດບຸນປີໃໝ່ສາກົນ, ບຸນເຕັດ ແລະ ງານບຸນຕ່າງໆ, ຄວາມຕ້ອງການແລກປ່ຽນຄ້າຂາຍ, ທ່ອງທ່ຽວເພີ່ມຂຶ້ນສູງ, ພ້ອມກັບສະພາບອາກາດມີການປ່ຽນແປງຜິດປົກກະຕິ ແມ່ນເງື່ອນໄຂສະດວກໃຫ້ພະຍາດຕ່າງໆແຜ່ລະບາດ… ສະນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈຶ່ງຮຽກຮ້ອງໃຫ້ສືບຕໍ່ມີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ ເພື່ອໃຫ້ປະຊາຊົນທຸກຄົນລ້ວນແຕ່ໄດ້ຕ້ອນຮັບບຸນເຕັດດ້ວຍຄວາມປອດໄພ.

        “ເດັດຂາດຫ້າມບໍ່ປະໃຫ້ໂລກລະບາດແຜ່ລາມໃນໂອກາດບຸນປີໃໝ່ສາກົນ ແລະ ບຸນເຕັດ, ສົ່ງເສີມ, ປຸກລະດົມ, ຂົນຂວາຍປະຊາຊົນເຂົ້າຮ່ວມການສັກວັກຊິນຢ່າງຄົບຖ້ວນ, ຖືກກັບເວລາ. ບໍ່ໃຫ້ປະມາດຕໍ່ໂລກລະບາດຢ່າງເດັດຂາດ, ໂດຍສະເພາະແມ່ນໂລກລະບາດໂຄວິດ-19, ມີບັນດາມາດຕະການແກ້ໄຂຮັບປະກັນຄວາມປອດໄພດ້ານສະບຽງອາຫານ. ຍາມໃດກໍ່ຢູ່ໃນທ່າປ້ອງກັນພະຍາດ ດີກວ່າປິ່ນປົວພະຍາດ, ຮັບປະກັນຊີວິດສັງຄົມໃນໂອກາດບຸນເຕັດ ກໍຄືພາຍຫຼັງບຸນປີໃໝ່ສາກົນ ເພື່ອໃຫ້ປະຊາຊົນລ້ວນແຕ່ໄດ້ຕ້ອນຮັບບຸນເຕັດ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ”.

ຕອບກັບ

ຂ່າວ/ບົດ​ອື່ນ