ສັບປະດາ ແຟຊັນ ສາກົນຫວຽດນາມ
ພາບປະກອບ
|
(vovworld)- ສັບປະດາ ແຟຊັນ ສາກົນຫວຽດນາມ ລະດູບານໃຫມ່ - ລະດູຮ້ອນປີ 2017 ໂດຍບໍລິສັດ Multimedia JSC ປະຕິບັດ ຈະຖືກຈັດຂຶ້ນຢູ່ ນະຄອນໂຮ່ຈິມີນ ແຕ່ວັນທີ 25-28/4. ນີ້ແມ່ນເຫດການ ແຟຊັນ ຂະຫນາດໃຫຍ່ ແລະ ມືອາຊີບ ຢູ່ ຫວຽດນາມ ໂດຍມີການເຂົ້າຮ່ວມ ຂອງບັນດານັກອອກແບບ ແຟຊັນ ແຖວຫນ້າຂອງ ຫວຽດນາມ, ອາຊີ ແລະ ໂລກ ພ້ອມກັບບັນດາຜູ້ມີຊື່ສຽງໃນວົງການ ແຟຊັນ ກໍຄືນັກສິລະປິນທີ່ມີຊື່ສຽງຢູ່ ຫວຽດນາມ. ໃນສັບປະດາ ແຟຊັນ ຄັ້ງນີ້, ບັນດານັກອອກແບບ ແຟຊັນ ຈະແນະນຳບັນດາຊຸດອາພອນໃຫມ່ ແລະ ເປັນເອກະລັກສະເພາະທີ່ສຸດ. ສັບປະດາ ແຟຊັນ ສາກົນ ຫວຽດນາມ ຖືກຈັດຂຶ້ນ ເພື່ອແນໃສ່ມຸ້ງໄປເຖິງການພັດທະນາ ແລະ ນຳພື້ນຖານ ແຟຊັນ ຫວຽດນາມ ອອກສູ່ຕະຫລາດໂລກ ຜ່ານການສ້າງເງື່ອນໄຂເຮັດວຽກ ແລະ ພັດທະນາວິຊາຊີບໃຫ້ແກ່ບັນດານາງແບບ ແລະ ນັກອອກແບບແຟຊັນ ທີ່ມີຄວາມສາມາດບົ່ມຊ້ອນຂອງຫວຽດນາມ ຢູ່ ຕະຫລາດພາຍໃນ ແລະ ສາກົນ.