ສ​ປ​ຊ​ ຕໍ່​ກຳ​ນົດ​ເວ​ລາ​ການ​ຂົ​ນ​ສົ່ງ​ເຄື່ອງ​ ໜູນ​ຊ່ວຍ​ໃຫ້​ແກ່ ຊີ​ຣີ

(VOVWORLD) -ມະຕິອະນຸຍາດໃຫ້ຂົນສົ່ງເຄື່ອງໜູນຊ່ວຍຜ່ານຊາຍແດນໃຫ້ແກ່ ຊີຣີ ຈະໝົດກຳນົດເວລາໃນວັນທີ 10 ກໍລະກົດ 2021 ແຕ່ໃນວັນທີ 8 ກໍລະກົດທີ່ຜ່ານມາ, ລັດເຊຍ ໄດ້ສະເໜີຕໍ່ກຳນົດເວລາຕື່ມອີກ 6 ເດືອນ.
ສ​ປ​ຊ​ ຕໍ່​ກຳ​ນົດ​ເວ​ລາ​ການ​ຂົ​ນ​ສົ່ງ​ເຄື່ອງ​ ໜູນ​ຊ່ວຍ​ໃຫ້​ແກ່ ຊີ​ຣີ - ảnh 1ປະຊາຊົນ ຊີຣີ ລີ້ໄພອອກຈາກເຂດເກີດສົງຄາມ ຢູ່ແຂວງ Hasakeh ໃນວັນທີ 2 ມິຖຸນາ 2021 (ພາບ: AFP/TTXVN)

ວັນທີ 9 ກໍລະກົດ, ສະພາຄວາມໝັ້ນຄົງ ສປຊ ໄດ້ຕໍ່ກຳນົດເວລາ ອະນຸຍາດໃຫ້ການຂົນສົ່ງເຄື່ອງໜູນຊ່ວຍ ໃຫ້ແກ່ຊີຣີ ຜ່ານຊາຍແດນຂອງ ຕວັກກີ ພາຍຫຼັງ ລັດເຊຍ ແລະ ອາເມລິກາ ຊື່ງເປັນ 2 ໃນຈຳນວນ 5 ປະເທດກຳມະການປະຈຳການ ເຫັນດີເປັນເອກະພາບ ກ່ຽວກັບຂໍ້ຕົກລົງທີ່ການເຈລະຈາ ເພື່ອຮັບປະກັນວ່າ ຊາວ ຊີຣີ ນັບລ້ານໆຄົນ ຈະໄດ້ຮັບການໜູນຊ່ວຍໃນເດືອນທັນວາຈະມາເຖິງ.

ມະຕິອະນຸຍາດໃຫ້ຂົນສົ່ງເຄື່ອງໜູນຊ່ວຍຜ່ານຊາຍແດນໃຫ້ແກ່ ຊີຣີ ຈະໝົດກຳນົດເວລາໃນວັນທີ 10 ກໍລະກົດ 2021 ແຕ່ໃນວັນທີ 8 ກໍລະກົດທີ່ຜ່ານມາ, ລັດເຊຍ ໄດ້ສະເໜີຕໍ່ກຳນົດເວລາຕື່ມອີກ 6 ເດືອນ. ເຖິງຢ່າງໃດກໍຕາມ, ພາຍຫຼັງ ອາເມລິກາ ແລະ ລັດເຊຍ ໄດ້ດຳເນີນເຈລະຈານຳກັນໃນຕອນເຊົ້າວັນທີ 9 ກໍລະກົດ ສະພາຄວາມໝັ້ນຄົງ ສປຊ ລວມມີ 15 ປະເທດສະມາຊິກ ໄດ້ເຫັນດີເປັນເອກະພາບ ຮັບຮອງການຕໍ່ກຳນົດເວລາມະຕິດັ່ງກ່າວຕື່ມອີກ 12 ເດືອນ.

ຕອບກັບ

ຂ່າວ/ບົດ​ອື່ນ