ສ​ປ​ຊ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ສະ​ພາບ​ການ​ຂາດ​ສະຖຽ​ນ​ລະ​ພາບ ຢູ່ ສາ​ທາ​ລະ​ນະ​ລັກ ອາ​ຟະ​ຣິ​ກາ ກາງ

(VOVWORLD) - ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບການຂາດສະຖຽນລະພາບຢູ່ ສາທາລະນະລັດ ອາຟະລິກາ ກາງ.
ສ​ປ​ຊ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ສະ​ພາບ​ການ​ຂາດ​ສະຖຽ​ນ​ລະ​ພາບ ຢູ່ ສາ​ທາ​ລະ​ນະ​ລັກ ອາ​ຟະ​ຣິ​ກາ ກາງ - ảnh 1ສປຊ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບການຂາດສະຖຽນລະພາບຢູ່ ສາທາລະນະລັດ ອາຟະລິກາ ກາງ (ພາບ: AFP/TTXVN)

ວັນທີ 23 ທັນວາ, ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບການຂາດສະຖຽນລະພາບຢູ່ ສາທາລະນະລັດ ອາຟະລິກາ ກາງ, ພ້ອມທັງຖືວ່າ ສະພາບການຕົວຈິງນີ້ ຈະນາບຂູ່ຢ່າງແຮງເຖິງການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການເລືອກຕັ້ງຕ່າງໆໃນໄລຍະຈະມາເຖິງ.

        ໃນຖະແຫຼງການໜຶ່ງ, ທ່ານນາງ Liz Throssell ໂຄສົກຫ້ອງການສິດທິມະນຸດ ສປຊ ໃຫ້ຮູ້ວ່າ, ການໃຊ້ຄວາມຮຸນແຮງທີ່ນຳໃຊ້ອາວຸດນັ້ນ ໄດ້ນາບຂູ່ຢ່າງແຮງເຖິງຄວາມປອດໄພຂອງປະຊາຊົນ ແລະ ການປະຕິບັດສິດເລືອກຕັ້ງ. ສປຊ ສະແດງຄວາມວິຕົກກັງວົນຕໍ່ໜ້າບັນດາບົດລາຍງານກ່ຽວກັບສະພາບການໃຊ້ຄວາມຮຸນແຮງປີນຂັ້ນໄດ ເຊິ່ງເກີດຂຶ້ນຍ້ອນຄວາມບໍ່ລົງລອຍກັນດ້ານການເມືອງ ແລະ ການກ່າວຄຳປາໄສທີ່ມີລັກສະນະເກາະຜິດ, ພາໄປເຖິງເລື່ອງຕ້ອງຍົກຍ້າຍສາມັນຊົນ. ຫ້ອງການສິດທິມະນຸດ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຢູ່ ອາຟະລິກາ ກາງ  ຈົ່ງຢຸດຕິການໃຊ້ຄວາມຮຸນແຮງ, ພ້ອມທັງກ່າວເຕືອນວ່າ ເຂົາເຈົ້າຖືກຜູກມັດຍ້ອນກົດໝາຍວ່າດ້ວຍມະນຸດສະທຳ ແລະ ສິດທິມະນຸດສາກົນ. ທ່ານນາງ Liz Throssell ຖືວ່າ ການປົກປ້ອງສາມັນຊົນແມ່ນວຽກງານສຳຄັນທີ່ສຸດ.


ຕອບກັບ

ຂ່າວ/ບົດ​ອື່ນ