ສປຊ ໜູນຊ່ວຍແຜນການ ຢຸດຕິການນຳໃຊ້ເດັກນ້ອຍ ໃນກອງທັບ Somali
ໂຄສົກຂອງທ່ານເລຂາທິການໃຫຍ່ ສປຊ
(ພາບ:ອິນເຕີແນັດ)
|
( vovworld ) – ສະຫະປະຊາຊາດ (ສປຊ) ໄດ້ຊົມເຊີຍຂໍ້ຕົກລົງທີ່ຫາກໍ່ໄດ້ລົງນາມກັບລັດຖະບານ Somali ເພື່ອແນ່ໃສ່ຢຸດຕິການຄັດເລືອກ ແລະ ນຳໃຊ້ເດັກນ້ອຍໃນກຳລັງປະກອບອາວຸດແຫ່ງຊາດຢູ່ປະເທດນີ້. ທ່ານ Martin Nesirky ໂຄສົກ ສປຊ ໃຫ້ຮູ້ວ່າ: ຂໍ້ຕົກລົງດັ່ງກ່າວມີຊື່ເອີ້ນວ່າ: “ແຜນການເຄື່ອນໄຫວ“ ຊື່ງໄດ້ລົງນາມເມື່ອວັນທີ 3/6 ລະຫວ່າງ ສປຊ ແລະ ລັດຖະບານ Somali, ຊື່ງໃນນັ້ນໄດ້ວາງອອກບັນດາບາດກ້າວລະອຽດຕ້ອງໄດ້ຮັບການປະຕິບັດ ເພື່ອແນໃສ່ຮັບປະກັນໃຫ້ເດັກ ບໍ່ຖືກຄັດເລືອກເຂົ້າກອງທັບ. “ແຜນການເຄື່ອນໄຫວ“ ສ້າງບັນດາຄຳໝັ້ນສັນຍາໃຫ້ແກ່ລັດຖະບານ Somali ເພື່ອແນໃສ່ຢຸດຕິ ແລະ ສະກັດກັ້ນການຄັດເລືອກ ແລະ ນຳໃຊ້ເດັກນ້ອຍໃນກຳລັງປະກອບອາວຸດແຫ່ງຊາດ, ສປຊ ຈະຊ່ວຍເດັກນ້ອຍໝົດທຸກຄົນທີ່ຫາກໍ່ອອກຈາກກຳລັງປະກອບອາວຸດ ເຈືອຈານເຂົ້າກັບວົງຄະນາຍາດຄືນໃໝ່, ຕ້ອງຜູກໂທດຖານອາຍາສຳລັບບໍ່ວ່າການເຄືອ່ນໄຫວຄັດເລືອກ ແລະ ນຳໃຊ້ເດັກນ້ອຍໃນກຳລັງປະກອບອາວຸດ…..ສປຊ ຖືວ່າ, ຂໍ້ຕົກລົງດັ່ງກ່າວແມ່ນສຳຄັນທີ່ສຸດ ແລະ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາຄວາມມານະພະຍາຍາມຮັກສາຄວາມເປັນປົກກະຕິຢູ່ Somali, ພ້ອມທັງສະແດງໃຫ້ເຫັນຄວາມຫວັງວ່າ ໃນໄລຍະທີ່ຈະມາເຖິງ, ລັດຖະບານ Somali ຈະສືບຕໍ່ລົງນາມໃນຂໍ້ຕົກລົງທີ່ຄ້າຍຄືກັນ ເພື່ອແນໃສ່ຢຸດຕິການເຂັ່ນຂ້າເດັກນ້ອຍໃນການປະທະກັນຄັ້ງຕ່າງໆ.