ສປຊຮຽກຮ້ອງຊຸກຍູ້ການລົບລ້າງຄວາມອຶດຫິວ,ທຸກຍາກ

ສປຊຮຽກຮ້ອງຊຸກຍູ້ການລົບລ້າງຄວາມອຶດຫິວ,ທຸກຍາກ - ảnh 1
(ທ່ານ​ເລ​ຂາ​ທິການ​ໃຫຍ່ Ban Ki Moon)

(vovworld) – ດ້ວຍ​ຫົວ​ຂ້ໍ​ວ່າ “ປົກ​ປ້ອງ​ສັງຄົມ - ລົບ​ລ້າງ​ຄວາມ​ອຶດຫິວ, ທຸກ​ຍາກ​ຢູ່​ເຂດຊົນນະບົດ”, ສະຫະ​ປະຊາ​ຊາດ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສະບຽງອາຫານ​ໂລກ 16/10/2015, ດ້ວຍ​ເລື່ອງ​ຮຽກ​ຮ້ອງ​ໃຫ້​ປະຊາ​ຄົ​ມ​ສາກົນ ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ປັບປຸງ​ວິທີ​ການ​ຜະລິດ ​ແລະ ​ຊົມ​ໃຊ້​ທັນ​ຍາ​ຫານ. ທ່ານ​ເລ​ຂາ​ທິການ​ໃຫຍ່ Ban Ki Moon ​ເນັ້ນ​ໜັກ​ວ່າ, ບັນດາ​ການ​ນຳ​ໂລກ ຕ້ອງ​ມີ​ການ​ກະທຳ​ລວມໝູ່ ​ໃນ​ວິວັດທະນາ​ການ​ປະຕິບັດ​​ໂຄງການ​ດຳ​ເນີນ​ງານ​ພັດທະນາ​ແບບ​ຍືນ​ຍົງ 2030 ກໍ​ຄື​ບັນດາ​ເປົ້າ​ໝາຍ​ພັດທະນາ​​ແບບ​ຍືນ​ຍົງ ​ເພື່ອ​ລົບ​ລ້າງ​ສະພາບ​ອຶດ​ຫິວ, ທຸກ​ຍາກ​​ໃຫ້​ໝົດ​ໃນ​ໄລຍະ 15 ປີ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ