ທ່ານ ເລຂາທິການໃຫຍ່ ສປຊ Ban Ki Moon
ພາບ: EPA/TTXVN
|
(vovworld)- ໃນບົດລາຍງານສະເຫນີຕໍ່ສະມັດຊາໃຫຍ່ສປຊ ຫວ່າງແລ້ວນີ້, ທ່ານ ເລຂາທິການໃຫຍ່ ສປຊ Ban Ki Moon ໄດ້ເນັ້ນຫນັກວ່າ: ບັນດາປະເທດສະມາຊິກ ສປຊ ຕ້ອງແກ້ໄຂບັນດາສາຍເຫດທີ່ກໍ່ໃຫ້ເກີດສະພາບຊາວອົບພະຍົບເປັນຈຳນວນຫລວງຫລາຍ ແລະ ການປ້ອງກັນຊາວອົບພະຍົບທີ່ພວມຕິດຄ້າງຢູ່ເຂດຊາຍແດນ, ສະກັດກັ້ນສະພາບຈຳແນກປະພຶດຕໍ່ສຳລັບຊາວອົບພະຍົບ ພ້ອມທັງສ້າງເງື່ອນໄຂເພື່ອໃຫ້ເຂົາເຈົ້າເຊື່ອມຕົວກັບປະຊາຄົມໃຫມ່. ທ່ານ Ban Ki Moon ກໍຮຽກຮ້ອງແຕ່ລະປະເທດຄວນພິຈາລະນາເພື່ອສ້າງຂອບເຂດການຮ່ວມມືສາກົນໃຫ້ແກ່ບັນຫາຊາວອົບພະຍົບ ພາຍໃຕ້ຮູບການສັນຍາທົ່ວໂລກ ເພື່ອແນໃສ່ຮັບປະກັນຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ການອົບພະຍົບ ພ້ອມທັງຈັດຕັ້ງກອງປະຊຸມລະຫວ່າງລັດຖະບານກ່ຽວກັບບັນຫາຊາວອົບພະຍົບສາກົນໃນປີ 2018 ເພື່ອຮັບຮອງເອົາສັນຍາດັ່ງກ່າວ.