ສປປ ເກົາຫຼີ ຈັດພິທີອາໄລຫາ ວັນເຖິງແກ່ມໍລະນະກຳຂອງການນຳ Kim Jong Il ຄົບຮອບ 100 ວັນ
ການນຳ Kim Jong Un
(ພາບ:m.soha.vn)
( vovworld ) – ວັນທີ 25/3, ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ (ສປປເກົາຫຼີ) ໄດ້ຈັດພິທີລະດັບຊາດ ອາໄລຫາເຖິງດວງວິນຍານຂອງອະດີດການນຳ Kim Jong Il ໃນໂອກາດວັນເຖິງແກ່ມໍລະນະກຳຂອງທ່ານ ຄົບຮອບ 100 ວັນ. ທ່ານ Kim Jong Un ຜູ້ສືບທອດພາລະກິດຂອງອະດີດການນຳ Kim Jong Il ທັງແມ່ນຜູ້ບັນຊາການສູງສຸດຂອງກອງທັບປະຊາຊົນ ສປປເກົາຫຼີ ແລະ ການນຳສູງສຸດຂອງພັກແຮງງານສປປເກົາຫຼີ ໄດ້ເຂົ້າຮ່ວມພິທີອາໄລຫາທີ່ສະໜາມຫຼວງ Kim Il Sung. ໃນສູນທອນພົດອ່ານທີ່ພິທີ, ທ່ານນາຍົກລັດຖະມົນຕີ Chon Yong Rim ໄດ້ຍ້ອງຍໍສັນລະເສີນຄຸນງາມຄວາມດີຂອງອະດີດການນຳ Kim Jong Il ໃນການປະຕິບັດພາລະກິດການປະຕິວັດຂອງ ສປປເກົາຫຼີ ຢ່າງສຳເລັດຜົນ. ທ່ານນາຍົກລັດຖະມົນຕີ Chon Yong Rim ໄດ້ຮຽກຮ້ອງໃຫ້ປະຊາຊົນ ສປປເກົາຫຼີ ຈົ່ງປະຕິບັດສຳເລັດ ພາລະກິດສ້າງສາປະເທດສັງຄົມນິຍົມ ວັດທະນະຖາວອນ ໂດຍພາຍໃຕ້ການນຳພາຂອງທ່ານ Kim Jong Un. ໃນເວລາ 12 ໂມງຂອງວັນທີ 25/3, ທຸງຊາດໄດ້ຖືກລົດລົງເຄິ່ງເສົາ, ໃນທ່າມກາງສຽງແກດັ່ງກ້ອງກັງວານໃນທົ່ວປະເທດ. ປະຊາຊົນ ສປປເກົາຫຼີ ໄດ້ສະຫງວນເວລາ 3 ນາທີ ເພື່ອອາໄລຫາອະດີດການນຳ Kim Jong Il.