ສປປ ເກົາຫຼີ ຮັບຮູ້ ການທົດລອງນິວຄະເລຍຄັ້ງທີ 3 ສຳເລັດຜົນ

ສປປ ເກົາຫຼີ ຮັບຮູ້ ການທົດລອງນິວຄະເລຍຄັ້ງທີ 3 ສຳເລັດຜົນ - ảnh 1
ພາບປະກອບ ຈາກ ອິນເຕີເນັດ

(vovworld) – ​ສຳນັກ​ຂ່າວສານ​ສູນ​ກາງ ສປປ ​ເກົາຫຼີ (KCNA) ​ໄດ້​ໃຫ້​ຂ່າວ​ວ່າ ວັນ​ທີ 12/2, ສປປ ​ເກົາຫຼີ ​​ປະກາດ​ໄດ້​ທົດ​ລອງ​ນິວຄະ​ເລຍ​ຄັ້ງ​ທີ 3 ສຳ​ເລັດ​ຜົນ ​ເພື່ອ​ແນ​ໃສ່​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ຕໍ່ໜ້າ​ນະ​ໂຍບາຍ​ທີ່​ເປັນ​ປໍ​ລະ​ປັກ​ຂອງ​ອາ​ເມ​ລິ​ກາ. ສປປ ​ເກົາຫຼີ  ​ໃຫ້​ຮູ້​ວ່າການ​ທົດ​ລອງ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ປອດ​ໄພ ​ແລະ ດີ​ທີ່​ສຸດ.

ໂທລະພາບສ​ເກົາຫຼີ “Channel One“ ​ໄດ້​ຄັດ​ສະ​ເໜີ​ຄຳ​ເຫັນ​ຂອງ​ທ່ານ​ລັດຖະມົນຕີ​ປະ​ເທດ​ນີ້​ທີ່​ຖື​ວ່າ ສປປ ​ເກົາຫຼີ  ປະຕິບັດ​ການ​ທົດ​ລອງ​ນິວຄະ​ເລຍ​ໃນ​ຕອນ​ເຊົ້າ​ວັນ​ທີ 12/2. ຕາມ​ໂຄສົກ​​ກະຊວງປ້ອງ​ກັນ​ປະ​ເທດ ສ​ເກົາຫຼີ ​ແລ້ວ, ການ​ທົດ​ລອງ​ ”ມີ​ກຳລັງ​ລ້າງຜານ​ຢ່າງ​ຮ້າຍ​ແຮງ”. ກ່ອນ​ໜ້າ​ນັ້ນ, ສຳນັກ​ຂ່າວສານ yonhap ຂອງ ສ​ເກົາຫຼີ ​ໄດ້​ໃຫ້​ຂ່າວ​ວ່າ, ຕອນ​ເຊົ້າ​ວັນ​ທີ 12/2, ​ໄດ້​ພົບ​ເຫັນ​ກໍລະນີ ”​ແຜ່ນດິນ​ໄຫວ​ທຽມ” ຢູ່  ສປປ ​ເກົ່າຫຼີ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ ບາງ​ເທື່ອ​ພຽງ​ຢາງ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ນິວຄະ​ເລຍ​ຄັ້ງ​ທີ 3.

​ໃນ​ຂະນະ​ນັ້ນ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານຍີ່ປຸ່ນ ທ່ານ Yoshihide Suga ​ໃຫ້​ຂໍ້​ສັງ​ເກດ​ວ່າ, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ອົງການ​ກ່ຽວຂ້ອງ​ໄຈ້​ແຍກ​ຂໍ້​ມູນ​ກ່ຽວ​ກັບ​ກໍ​ລະ​ນີ​ແຜ່ນດິນ​ໄຫວ​ຫວ່າງ​ແລ້ວ​ນີ້ ​ແລະ ຈັດກອງ​ປະຊຸມດ່ວຍ​ກ່ຽວ​ກັບ​ຄວາມ​ສະຫງົບ​ປອດ​ໄພ​ຈະ​ຖືກດຳ​ເນີນ​ໃນ​ທັນທີ. ກ່າວ​ຄວາມ​ເຫັນ​ເມື່ອ​ວັນ​ທີ12/2, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ໃຫ້​ຮູ້​ວ່າ, ​ຍີ່ປຸ່ນ​ຈະ​ພິຈາລະນາ​ກ່ຽວ​ກັບ​ການ​ລົງ​ທົດ​ສຳລັບ ສປປ ​ເກົາຫຼີ.

 

 

 

ຂ່າວ/ບົດ​ອື່ນ