ສປປ.ເກົາຫຼີ ຈັດຕັ້ງການ ຊ້ອມຮົບໃຫ້ແກ່ບັນດາກຳລັງປະກອບອາວຸດຍົກພົນສູ່ເກາະ

ສປປ.ເກົາຫຼີ ຈັດຕັ້ງການ ຊ້ອມຮົບໃຫ້ແກ່ບັນດາກຳລັງປະກອບອາວຸດຍົກພົນສູ່ເກາະ - ảnh 1
ການ​ນຳ Kim Jong un ຊີ້​ນຳ​ການ​ຊ້ອມ​ຮົບ
(ພາບປະກອບ: AFP)

(vovworld) –  ວັນ​ທີ 05/07, ສຳນັກ​ຂ່າວສານ​ສູນ​ກາງ​ສປປ.​ເກົາຫຼີ (KCNA) ​ໄດ້​ໃຫ້​ຂ່າວ​ວ່າ ບັນດາ​ກຳລັງ​ປະກອບ​ອາວຸດ​ສປປ.​ເກົາຫຼີ ​ໄດ້​ດຳ​ເນີນ​ການ​ຊ້ອມ​ຮົບຍົກ​ພົນ​ສູ່​ເກາະ ​ແລະ ການ​ນຳ Kim Jong un ​ໄດ້ຊີ້​ນຳ​ການ​ຊ້ອມ​ຮົບນີ້. ບັນດາ​ກຳລັງ​ທະຫານ​ບົກ, ​​ເຫຼົ່າທັບ​​ເຮືອ, ​​ເຫຼົ່າ​ທັບ​ອາ​ອາດ, ປ້​ອງກັນ​ອາ​ກາດ ​ໄດ້​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ ​ແລະ ຜັນ​ຂະຫຍາຍ​ພົນທະຫານ​ພ້ອມ​ກັບ​ປືນ​ໃຫຍ່​ຫຼາຍປະ​ເພດ, ກຳ​ປັ່ນສູ້​ຮົບ, ​ເຮືອບິນ​ຂົນ​ສົ່ງ ​ແລະ ​ເຮືອບິນ​ຖິ້ມລະ​ເບີດ. KCNA ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ການ​ນຳ Kim Jong un ທີ່ວ່າ ອາດ​ຈະ​​ບຸກໂຈມ​ຕີ​ບາດ​ໝັດ​​ໃສ່​ສັດ​ຕູ ຖ​້າຫາກການບຸກ​ໂຈມ​ຕີ​ຖືກ​ກັບຈຸດ​ເວລາ ​ແລະ ສຸມ​ກຳລັງ​ໄຟ​ດ້ວຍ “ບັນດາ​ການ​ເຄື່ອນ​ໄຫວ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ຊັດ​ເຈນ ​ແລະ ວ່ອງ​ໄວ”. ພາຍ​ຫຼັງ​ການ​ຊ້ອມ​ຮົບ, ທ່ານ Kim Jong un ​ໄດ້​ໄປ​ກວດກາ​ບັນດາ​ກຳ​ປັ່ນ​ສູ້​ຮົບ​ຂອງ​ສປປ.​ເກົາຫຼີ ​ແລະ ຕີ​ລາຄາວ່າ ​ການ​ຊ້ອມ​ຮົບ​​ບັນລຸ​​ຜົນ​ສຳ​ລັດ ​ກໍ່​ຄືເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ຍົກ​ສູງ​ກຳລັງ​​ແຮງ​ຂອງ​ກອງທັບ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ປະຊາຊົນ.
ຂ່າວ/ບົດ​ອື່ນ