ສປປ.ເກົາຫຼີປະຕິເສດຄຳຖະແຫຼງຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບເຫດຍິງທົດລອງລູກສອນໄຟ

ສປປ.ເກົາຫຼີປະຕິເສດຄຳຖະແຫຼງຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບເຫດຍິງທົດລອງລູກສອນໄຟ - ảnh 1
ກອງ​ປະ​ຊຸມ ຂອງ​ສ​ປ​ຊ

(vovworld) - ​​​​​ວັນ​ທີ 15/2, ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ ເກົາຫຼີ ໄດ້​ອອກ​ສຽງ​ປະ​ຕິ​ເສດ​ຄຳ​ຖະ​ແຫຼງ​ທີ່ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ທີ່​ຍົກ​ອອກ​ມາ​ພາຍຫຼັງ​ປະ​ເທດນີ້​ຍິງ​ທົດ​ລອງ ລູກ​ສອນ​ໄຟ​ນຳ​ວິ​ຖີ​ຫ​ວ່າງມໍ່ໆ​ມານີ້. ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ ເກົາຫຼີ ໄດ້​ຢັ້ງ​ຢືນ​ວ່າ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ເມື່ອ​ວັນ​ທີ 12/2 ແມ່ນ “ມາດ​ຕະ​ການ​ປ້ອງ​ກັນ​ຕົວ” ແລະ “ບໍ່​ມີ​ໃຜ​ມີ​ສິດ​ຕຳ​ນິ​ຕິ​ຕຽນ​ສິດ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ປະ​ເທດ​ມີ​ປະ​ຊາ​ທິ​ປະ​ໄຕ”. ປະ​ຈຸ​ບັນ, ສ​ປ​ປ ເກົາຫຼີ ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ 6 ຄຳ​ສັ່ງ​ລົງ​ໂທດ​ຂອງ ສ​ປ​ຊ ນັບ​ແຕ່​ເມື່ອ​ປະ​ເທດນີ້​​ທົດ​ລອງ​ນິວ​ເຄຼຍ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 2006.

        ໃນ​ສະ​ພາບ​ການ​ທີ່​ກ່ຽ​ວ​ຂ້ອງ, ກໍ່​ໃນ​ວັນ​ດຽວ​ກັນ, ສຳ​ນັກ​ຂ່າວ​ສານ Yonhap ຂອງ ສ ເກົາຫຼີ ໃຫ້​ຂ່າວ​ວ່າ: ຈີນ ໄດ້​ປະ​ຕິ​ເສດບໍ່​ຮັບ​ຖ່ານ​ຫີນ​ປະ​ມານ 16.000 ໂຕນ​​​ທີ່​ມີ​ມູນ​ຄ່າປະ​ມານ 1 ລ້ານ​ USD ຂອງ ສ​ປ​ປ ເກົາຫຼີ. ​ສາຍ​ເຫດ​ແມ່ນ​ຍ້ອນ​ປະ​ລິ​ມານ​ນ້ຳບາຫຼອດ ໃນ​ຖ່ານ​ຫີນ​ຂອງ ສ​ປ​ປ ເກົາຫຼີ ສູງ​ກ່​ວາ​ປະ​ລິ​ມານ​ໄດ້​ຮັບ​ອະ​ນຸ​ຍາດ.


ຂ່າວ/ບົດ​ອື່ນ