ສື່ມວນຊົນປະກອບສ່ວນແກ້ໄຂຜົນຮ້າຍ ຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊີນ
ເຮືອບິນອາເມລິກາ ຫວ່ານທາດພິດ
(ພາບ:vnexpress.net)
( vovworld ) – ວັນທີ 9/4, ຢູ່ຮ່າໂນ້ຍ, ກົມໃຫ່ຍສິ່ງແວດລ້ອມຫວຽດນາມ ໄດ້ຈັດກອງປະຊຸມສຳມະນາ “ສ້າງຍຸດທະສາດໂຄສະນາກ່ຽວກັບການປ້ອງກັນ ຕ້ານການຕິດທາດພິດສີສົ້ມ/ດີໂອຊີນຢູ່ຫວຽດນາມ“. ບັນດາບົດປະກອບຄວາມເຫັນທີ່ກອງປະຊຸມສຳມະນາໄດ້ຕີລາຄາກ່ຽວກັບສະພາບມົນລະພິດທາດພິດສີສົ້ມ/ດີໂອຊີນຢູ່ຫວຽດນາມ; ບັນຫາທາດພິດສີສົ້ມ/ດີໂອຊີນໃນບັນດາພາຫະນະສື່ມວນຊົນ, ການສຳຫຼວດກ່ຽວກັບຄວາມຮູ້, ຄວາມເຂົ້າໃຈ, ການກະທຳຂອງກຸ່ມກ່ຽວຂ້ອງເຖິງການປ້ອງກັນການຕິດທາດພິດສີສົ້ມ/ດີໂອຊີນ. ດ້ວຍທາດຂ້າຫຍ້າກ່ວາ 80 ລ້ານລິດ, ໃນນັ້ນສ່ວນຫຼາຍແມ່ນທາດພິດສີສົ້ມ/ດີໂອຊີນ, ສົງຄາມເຄມີ ຊື່ງທະຫານອາເມລິກາໄດ້ດຳເນີນຢູ່ພາກໃຕ້ຫວຽດນາມ ແມ່ນສົງຄາມໃຊ້ທາດຂ້າຫຍ້າຫຼາຍທີ່ສຸດໃນປະຫວັດສາດຂອງມວນມະນຸດ. ບັນດາກິດຈະກຳຄົ້ນຄ້ວາ ໂດຍບັນດານັກວິທະຍາສາດຫວຽດນາມ ແລະ ຕ່າງປະເທດຈຳນວນໜຶ່ງປະຕິບັດ ໄດ້ຢັ້ງຢືນວ່າ: ອັດຕາສ່ວນລູກຫຼານຂອງຜູ້ຕິດທາດພິດສີສົ້ມ/ດີໂອຊີນ ຖືກຕິດພະຍາດ, ພິເສດແມ່ນໂລກມະເລັງ, ພິການມາແຕ່ເກີດ….ສູງກ່ວາຜູ້ທີ່ບໍ່ຕິດທາດພິດສີສົ້ມ/ດີໂອຊີນ.