ສື່ມວນຊົນລາວຕີລາຄາສູງຜົນສຳເລັດຂອງກອງປະຊຸມຄັ້ງທີ 40 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ -ລາວ

(VOVWORLD) -ວັນທີ 6 ກຸມພາ, ຫນັງສືພິມຕ່າງຂອງລາວ ໄດ້ລົງພິມໃນຫນ້າທຳອິດ ຍ້ອງຍໍຜົນສຳເລັດຂອງ ກອງປະຊຸມຄັ້ງທີ 40 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ, ໃນນັ້ນ ລ້ວນແຕ່ຢືນຢັນໝາກຜົນຂອງກອງປະຊຸມຄັ້ງນີ້ ໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ. 

ສື່ມວນຊົນລາວຕີລາຄາສູງຜົນສຳເລັດຂອງກອງປະຊຸມຄັ້ງທີ 40 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ -ລາວ - ảnh 1 ກອງປະຊຸມຄັ້ງທີ 40 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ -ລາວ

ພາບ:TTXVN

ບັນດາຫນັງສືພິມໃຫຍ່ຄື: ປະເທດລາວ, ປະຊາຊົນ, ລາວພັດທະນາ, ເສດຖະກິດ ການຄ້າ, ວຽງຈັນທາມ ລ້ວນແຕ່ລົງພິມເນື້ອໃນທີ່ໄດ້ຮັບການປຶກສາຫາລືທີ່ກອງປະຊຸມ ພ້ອມທັງຍົກໃຫ້ເຫັນລະອຽດເອກະສານຮ່ວມມື 12 ສະບັບ ຊື່ງສອງປະເທດໄດ້ລົງນາມທີ່ກອງປະຊຸມຄັ້ງນີ້.

ຕາມສຳນັກຂ່າວສານປະເທດລາວແລ້ວ, ສັນຍາລະຫວ່າງ ລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ກ່ຽວກັບການຮ່ວມມືລົງທຶນພັດທະນາທ່າກຳປັ່ນ 1,2 ແລະ 3 ທ່າກຳປັ່ນຫວູງອາງ ແມ່ນເອກະສານສຳຄັນທີ່ສຸດ ຊື່ງລັດຖະບານສອງປະເທດບັນລຸໄດ້ທີ່ກອງປະຊຸມຄັ້ງນີ້. ສ່ວນ ຫນັງສືພິມວຽງຈັນທາມ ຖືວ່າ ເລື່ອງສອງປະເທດລົງນາມໃນຂໍ້ຕົກລົງ 12 ສະບັບທີ່ກອງປະຊຸມ, ໃນນັ້ນ ມີສັນຍາລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ກ່ຽວກັບການຮ່ວມມືລົງທຶນພັດທະນາທ່າກຳປັ່ນ 1,2 ແລະ 3 ທ່າກຳປັ່ນຫວູງອາງ ໄດ້ອະນຸຍາດໃຫ້ປະເທດທີ່ບໍ່ມີທະເລຄື ລາວ ມີເສັ້ນທາງສຳຜັດກັບບັນດາເສັ້ນທາງການຄ້າບົນທະເລ. ຫນັງສືພິມໄດ້ໃຫ້ຂໍ້ສັງເກດວ່າ ບັນດາຂໍ້ຕົກລົງດັ່ງກ່າວຈະຊ່ວຍເພີ່ມທະວີການພົວພັນ ແລະ ເປີດກວ້າງການຮ່ວມມືລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.

ຄຽງຄູ່ກັນນັ້ນ ບັນດາຫນັງສືພິມ, ພາຫະນະສື່ມວນຊົນອື່ນຂອງລາວ ກໍ່ໄດ້ສະຫງວນເວລາເພື່ອເວົ້າເຖິງກອງປະຊຸມຄັ້ງທີ 40 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ. 

ຕອບກັບ

ຂ່າວ/ບົດ​ອື່ນ