ສື່ມວນຊົນສາກົນໃຫ້ຂໍ້ສັງເກດຫວຽດນາມໄດ້ຊົມໃຊ້ຜົນປະໂຫຍດຫຼາຍສຸດຈາກTPP

 ສື່ມວນຊົນສາກົນໃຫ້ຂໍ້ສັງເກດຫວຽດນາມໄດ້ຊົມໃຊ້ຜົນປະໂຫຍດຫຼາຍສຸດຈາກTPP - ảnh 1
(ພາບປະກອບ)

(vovworld) – ​ຕາມ​ສຳນັກ​ຂ່າວສານ ​ກາ​ນາ​ດາ (CP) ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຝິກ (TPP) ຈະ​ຊຸກຍູ້​ພື້ນຖານ​ເສດຖະກິດ​ຂອງ 12 ປະ​ເທດ​ສະມາຊິກ​ໂດຍ​ຜ່ານ​ການ​ເປີດ​ກວ້າງ​ຕະຫຼາດພົວພັນ​ການ​ຄ້າ​ພາຍ​ໃນກຸ່ມ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຜົນ​ປະ​ໂຫຍ​ດທີ່​ນຳ​ມາ​ໃຫ້​ບັນດາ​ຝ່າຍ​ຕ່າ​ງໆ​ຈະ​ບໍ່​ຄື​ກັນ. ສຳນັກ​ຂ່າວສານ​ກາ​ນາ​ດາ​ຖື​ວ່າ: ຫວຽດນາມ​ນອນ​ໃນ​ຈຳນວນ​ບັນດາ​ປະ​ເທດ​ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດຫຼາຍ​ທີ່​ສຸດ​ຈາກ TPP ດ້ວຍ​ຜົນ​ກຳ​ໄລ​ຢ່າງ​ມະຫາສານ​ໃນ​ສອງ​ຂະ​ແໜງ ຕໍ່າແຜ່ນ​ຕັດຫຍິບ ​ແລະ ​ເກີບ​ໜັງ, ​ໂດຍ​ຜ່ານ​ການ​ລົບ​ລ້າງ​ອັດຕາ​ພາສີ​ຢູ່​ອາ​ເມ​ລິ​ກາ ​ແລະ ບັນດາ​ຕະຫຼາດ​ໃຫຍ່​ອື່ນ​ອີກ​ຈຳນວນ​ໜຶ່ງ. ຕາມ​ການຄາດຄະ​ເນ, ​ເສດຖະກິດ​ຫວຽດນາມ​ຈະ​ເຕີບ​ໂຕ 11% ​ໃນປີ 2025, ​ໃນ​ນັ້ນ ການສົ່ງ​ອອກ ​ເພີ​່ມຂຶ້ນ 28% ”ລະດັບ​ການ​ເພີ່ມ​ຂຶ້ນ​ນີ້​​ແມ່ນໄດ້​ລື່ນ​ກາຍ​ທຸກ​ປະ​ເທດ​ສະມາຊິກ TPP” ​ແລະ ຫວຽດນາມ​ຈະ​ກາຍ​ເປັນ “ຈຸດ​ນັດ​ພົບ​ທີ່​ດູດ​ດຶ່ມ” ຂອງ​ບັນດາ​ນັກ​ຜະລິດ​ສິນຄ້າທີ່​ມີມູນຄ່າການຜະລິດຕໍ່າ ​ເພື່ອຮັກສາ​ໄດ້​ການ​ແກ້ງ​ແຍ້​ງ​​ໂດຍ​ອີງ​ໃສ່ຄ່າ​ແຮງ​ງານ​ຖືກ.


ຂ່າວ/ບົດ​ອື່ນ