ສື່ມວນຊົນອັກຊັງຕິນຍ້ອງຍໍການດຶງດູດການທ່ອງທ່ຽວຂອງຫວຽດນາມ
(ພາບປະກອບ: dulich)
(vovworld) - ວັນທີ 02/04, ໜັງສືພິມລາຍວັນ Clarin, ເຊິ່ງແມ່ນໜັງສືພິມໄດ້ພິມຈຳໜ່າຍຫຼາຍກວ່າໝູ່ຢູ່ອັກຊັງຕິນ ໄດ້ໃຫ້ຂ່າວກ່ຽວກັບການພັດທະນາຢ່າງວ່ອງໄວຂອງຂະແໜງທ່ອງທ່ຽວຫວຽດນາມ ໃນຊຸມປີມໍ່ໆມານີ້, ກໍຄືການດຶງດູດຂອງພື້ນຖານວັດທະນະທຳ ແລະ ເຂດທັດສະນີຍະພາບຂອງຫວຽດນາມ. ບົດຂຽນ ໄດ້ແນະນຳຫວຽດນາມ ມີພື້ນຖານວັດທະນະທຳ ກໍຄືທິວທັດທຳມະຊາດທີ່ເປັນຫຼາຍຮູບຫຼາຍແບບ, ຈາກພາກເໜືອ ດ້ວຍເຂດທົ່ງພຽງແມ່ນ້ຳແດງ, ອ່າວຫ້າລອງ… ເຖິງພາກໃຕ້ ດ້ວຍເຂດທົ່ງພຽງແມ່ນ້ຳຂອງ, ເຂດຕະຫຼາດບົນແມ່ນ້ຳເກີນເທີ. ແຕ່ລະເຂດພາກລ້ວມແຕ່ມີສະຖາປັດຕະຍາກຳເປັນເອກະລັກ ແລະ ສີສັນສະເພາະ… ບົດຂຽນ ໄດ້ຊີ້ໃຫ້ເຫັນວ່າ, ພຽງໃນຮອບເວລາ 15 ປີມານີ້, ຂະແໜງທ່ອງທ່ຽວຫວຽດນາມ ໄດ້ມີບັນດາບາດກ້າວພັດທະນາກະໂດດຂັ້ນ. ປີ 2015, ຈຳນວນນັກທ່ອງທ່ຽວສາກົນມາຫວຽດນາມ ບັນລຸ 7 ລ້ານເທື່ອຄົນ ເມື່ອທຽບໃສ່ 2 ລ້ານເທື່ອຄົນເມື່ອປີ 2000.