ສື່ມວນຊົນອາເມລິກາລາຕີນ ຍ້ອງຍໍຜົນງານຂອງ ຫວຽດນາມ ໃນການ ພັດທະນາເສດຖະກິດ
(ພາບປະກອບ: vietnamplus.vn)
(vovworld) – ດ້ວຍຫົວຂໍ້ທີ່ວ່າ “ຫວຽດນາມ ກ້າວເດີນບົນເສັ້ນທາງຂອງຕົນເອງ”, ເວັບໄຊຂອງສະມາຄົມນັກຂ່າວກຸຍບາ ຫາກໍ່ມີບົດຂຽນຍ້ອງຍໍກິດຈະການປ່ຽນໃໝ່ຢູ່ຫວຽດນາມ, ໃນນັ້ນເນັ້ນໜັກວ່າ ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ເຂັ້ມແຂງກວ່າໝູ່ຢູ່ອາຊີຕາເວັນອອກສ່ຽງໃຕ້. ບົດຂຽນໃຫ້ຂໍ້ສັງເກດວ່າ, ຢູ່ຫວຽດນາມ ກະສິກຳໄດ້ຮັບບຸລິມະສິດ, ພ້ອມນັ້ນບັນດາຂະແໜງອຸດສາຫະກຳ ແລະ ການທ່ອງທ່ຽວກໍ່ໄດ້ຮັບຄວາມເອົນໃຈໃສ່ພັດທະນາ. ດ້ານອື່ນບົດຂຽນ ກໍ່ຍ້ອງຍໍນ້ຳໃຈເຊິ່ງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ໄດ້ສະຫງວນໃຫ້ກຸຍບາ, ພິເສດແມ່ນບັນດາຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບການສະແດງນ້ຳໃຈມິດຕະພາບຖານອ້າຍນ້ອງຢ່າງສະໜິດສະໜົມລະຫວ່າງ 2 ປະເທດ ທີ່ໄດ້ສຶບທອດໃຫ້ລຸ່ນໜຸ່ມຫວຽດນາມ.
ແລະໜັງສືພິມ La Nacion (ປະເທດຊາດ) ຂອງອານເຊຣີ, ຫາກໍ່ລົງພິມບົດຂຽນຍ້ອງຍໍຜົນງານດ້ານເສດຖະກິດຂອງຫວຽດນາມ, ຢືນຢັນວ່າ ຜົນສຳເລັດຂອງ ຫວຽດນາມ ແມ່ນສັນຍາລັກໃນການພັດທະນາເສດຖະກິດຢູ່ອາຊີຕາເວັນອອກສ່ຽງໃຕ້ , ດ້ວຍການສົ່ງອອກ ແລະ ການລົງທຶນໂດຍກົງຈາກຕ່າງປະເທດລ້ວນແຕ່ເພີ່ມຂຶ້ນຢ່າງແຮງ. ໜັງສືພິມ ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ພ້ອມກັບກຳປູເຈຍ, ລາວ, ມຽນມາ ແລະ ໄທ ພວມກາຍເປັນສູນອຸດສາຫະກຳ, ດຶງດູດນັກລົງທຶນຍ້ອນຄ່າແຮງງານຕໍ່າ ແລະ ຂະຫຍັນຂັນເຄື່ອນ.