ສຸມ​ໃສ່​ ​ປະ​ຕິ​ຮູບ​​ການ​ບໍ​ລິ​ຫານ ແກ້​ໄຂ​ຂໍ້​ຄົງ​ຄ້າງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ

(VOVWORLD) -ທ່ານ ໂຮ່ດຶກເຟິກ ລັດຖະມົນຕີກະຊວງການເງິນຄົນໃໝ່ຂອງ ຫວຽດນາມ ໄດ້ຢັ້ງຢືນຈະມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກທຸກປະການໃນການດັດປັບນະໂຍບາຍການເງິນ ເພື່ອປະກອບສ່ວນຊຸກຍູ້ໃຫ້ພື້ນຖານເສດຖະກິດພັດທະນາ.
ສຸມ​ໃສ່​ ​ປະ​ຕິ​ຮູບ​​ການ​ບໍ​ລິ​ຫານ ແກ້​ໄຂ​ຂໍ້​ຄົງ​ຄ້າງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ - ảnh 1ທ່ານ ໂຮ່ດຶກເຟິກ ລັດຖະມົນຕີກະຊວງການເງິນຄົນໃໝ່ຂອງ ຫວຽດນາມ (ພາບ: VOV)

    ເມື່ອແລກປ່ຽນກັບນັກຂ່າວຢູ່ນອກວາລະປະຊຸມຂອງສະພາແຫ່ງຊາດໃນວັນທີ 8 ເມສາ, ທ່ານລັດຖະມົນຕີກະຊວງການເງິນຫວຽດນາມ ໂຮ່ດຶກເຟິກ ໃຫ້ຮູ້ວ່າ: ຕ້ອງສືບຕໍ່ຮັກສາລະບຽບກົດໝາຍ, ລະບຽບວິໄນດ້ານການເງິນ - ງົບປະມານແຫ່ງລັດ; ເປີດເຜີຍ, ໂປ່ງໃສ, ຍູ້ແຮງຄວາມຮັບຜິດຊອບໃນການອະພິປາຍ ແລະ ສືບຕໍ່ຊຸກຍູ້ການສ້າງນະໂຍບາຍໃຫ້ສົມບູນ, ແກ້ໄຂຂໍ້ຄົງຄ້າງຂອງພື້ນຖານເສດຖະກິດ, ເພີ່ມທະວີການປະຕິຮູບລະບອບລະບຽບການບໍລິຫານໃນຂົງເຂດການເງິນ - ງົບປະມານແຫ່ງລັດ.

        ໃນສະພາບການທີ່ໂລກລະບາດໂຄວິດ - 19 ພວມສົ່ງຜົນສະທ້ອນຢ່າງໜັກໜ່ວງຕໍ່ພື້ນຖານເສດຖະກິດຂອງໂລກ ແລະ ພາຍໃນປະເທດ, ດ້ວຍຖານະເປັນຫົວໜ້າຂະແໜງການເງິນ, ທ່ານ ໂຮ່ດຶກເຟິກ ລັດຖະມົນຕີກະຊວງການເງິນຄົນໃໝ່ຂອງ ຫວຽດນາມ ໄດ້ຢັ້ງຢືນຈະມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກທຸກປະການໃນການດັດປັບນະໂຍບາຍການເງິນ ເພື່ອປະກອບສ່ວນຊຸກຍູ້ໃຫ້ພື້ນຖານເສດຖະກິດພັດທະນາ. ທ່ານກ່າວວ່າ:

        “ຕ້ອງສຸມໃສ່ປັບປຸງແຫຼ່ງລາຍຮັບ, ນອກຈາກນັ້ນ ຮັດແໜ້ນລະບຽບວິໄນ, ລະບຽບກົດໝາຍກ່ຽວກັບການເງິນ ແລະ ຫຼຸດຜ່ອນໜີ້ສາທາລະນະ, ໃຊ້ຈ່າຍຢ່າງປະຢັດມັດທະຍັດ ແລະ ຍົກສູງປະສິດທິຜົນຂອງການປ່ອຍເງິນລົງທຶນພັດທະນາ; ຫຼຸດຜ່ອນໄດ້ລາຍຈ່າຍເກີນດຸນງົບປະມານ; ຊຸກຍູ້ການຫັນໜີ້ສາທາລະນະຢ່າງມີປະສິດທິຜົນ. ສິ່ງສຳຄັນທີ່ສຸດແມ່ນ ຍູ້ແຮງການປະຕິບັດການປະຕິຮູບການບໍລິຫານເພື່ອແກ້ໄຂໄດ້ບັນດາຂໍ້ຄົງຄ້າງ ເພື່ອໃຫ້ພື້ນຖານເສດຖະກິດພັດທະນາ”.


 

ຕອບກັບ

ຂ່າວ/ບົດ​ອື່ນ