ສະຖານທູດຫວຽດນາມປະຈຳສິງກະໂປ ຈຳໜ່າຍເທບວີດີໂອ ASEAN Gala 2020

(VOVWORLD) -ດ້ວຍບົດບາດເປັນປະເທດປະທານອາຊຽນ 2020, ສະຖານທູດຫວຽດນາມ ປະຈຳສິງກະໂປ ໄດ້ຈຳໜ່າຍເທບວີດີໂອ ASEAN Gala 2020 ຢ່າງເປັນທາງການ.

ASEAN Gala Nigth ແມ່ນເຫດການພົບປະປະຈຳປີລະຫວ່າງບັນດາສະຖານທູດອາຊຽນ ປະຈຳສິງກະໂປ ໂດຍປະເທດປະທານອາຊຽນ ຂອງປີເປັນເຈົ້າພາບ ໄດ້ຈັດຕັ້ງ, ສົມທົບກັບບັນດາປະເທດອາຊຽນ ຈັດຂຶ້ນໃນໂອກາດທ້າຍປີ ດ້ວຍເປົ້າໝາຍແນະນຳ, ໂຄສະນາວັດທະນະທຳ ແລະ ປະຊາຊົນບັນດາປະເທດອາຊຽນ… ກ່າວຄຳເຫັນທີ່ເຫດການ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ Vivian Balakrishnan ໄດ້ຊົມເຊີຍຫວຽດນາມ ໃນຖານະບົດບາດເປັນປະທານອາຊຽນ 2020 ໄດ້ເປັນເຈົ້າການຮັບມື ແລະ ມານະພະຍາຍາມປະສານງານເພື່ອຮັບປະກັນການປະຕິບັດໂຄງການກະທຳ ແລະ ບັນດາບຸລິມະສິດຂອງອາຊຽນ ໃນສະພາບໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ