ສະພາຄວາມໝັ້ນຄົງ ສປຊ ລົງປະຊາມະຕິໂຮມກອງປະຊຸມພິເສດ ສະມັດຊາໃຫຍ່ ສປຊ
(VOVWORLD) -ບັນດາແຫຼ່ງຂ່າວຕ່າງປະເທດໃຫ້ຮູ້ວ່າ ສະພາຄວາມໝັ້ນຄົງ ສປຊ ຄາດວ່າ ຈະໂຮມກອງປະຊຸມໃນຕອນບ່າຍວັນທີ 27 ກຸມພາ ຕາມເວລາທ້ອງຖິ່ນ ເພື່ອລົງປະຊາມະຕິຮຽກຮ້ອງດຳເນີນກອງປະຊຸມພິເສດຂອງສະມັດຊາໃຫຍ່ ສປຊ ກ່ຽວກັບການກະທຳທາງການທະຫານຂອງ ລັດເຊຍ ຢູ່ ຢູແກຼນ.
ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ (ພາບ: AFP/TTXVN)
|
ຕາມຂໍ້ກຳນົດແລ້ວ, ມະຕິຈະຕ້ອງການໄດ້ຮັບການສະໜັບສະໜູນຂອງພຽງແຕ່ 9 ໃນຈຳນວນ 15 ປະເທດກຳມະການຂອງສະພາຄວາມໝັ້ນຄົງ ສປຊ ເພື່ອຮັບຮອງເອົາ ແລະ ບໍ່ມີປະເທດກຳມະການຖາວອນໃດມີສິດປະຕິເສດ ການໂຮມກອງປະຊຸມພິເສດຂອງ ສະມັດຊາໃຫຍ່. ຄາດວ່າ, ກອງປະຊຸມສະພາຄວາມໝັ້ນຄົງ ສປຊ ຈະດຳເນີນໃນຕອນເວລາ 3 ໂມງແລງຂອງວັນທີ 27 ກຸມພາ, ຕາມຄຳຮຽກຮ້ອງຂອງ ອາເມລິກາ ແລະ ອານບານີ. ຖ້າຫາກວ່າ ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມະຕິສະບັບນີ້, ຕາມຂໍ້ກຳນົດ, ກອງປະຊຸມສະມັດຊາໃຫຍ່ ສປຊ ຈະຕ້ອງຈັດຂຶ້ນໃນຮອບເວລາ 24 ຊົ່ວໂມງ.