ສະພາຄວາມໝັ້ນຄົງພິຈາລະນາເລື່ອງ ຮັບ ປາແລດສະຕິນ ເປັນສະມາຊິກທາງການຂອງ ສປຊ

(VOVWORLD) - ປີ 1974, ສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິ 3237 ໂດຍຕົກລົງເຫັນດີໃຫ້ອົງການປົດປ່ອຍ ປາແລດສະຕິນ (PLO) ແມ່ນຜູ້ສັງເກດການ.
ສະພາຄວາມໝັ້ນຄົງພິຈາລະນາເລື່ອງ ຮັບ ປາແລດສະຕິນ ເປັນສະມາຊິກທາງການຂອງ ສປຊ - ảnh 1ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ
(ພາບ: ສຳນັກຂ່າວສານ ຊິນຮວາ//TTXVN)

ວັນທີ 8 ເມສາ, ສະພາຄວາມໝັ້ນຄົງ ສປຊ ໄດ້ເຊື່ອມຕໍ່ຄືນເລື່ອງພິຈາລະນາໃບສະເໜີຂໍເຂົ້າເປັນສະມາຊິກຂອງ ສປຊ ດ້ວຍຖານະເປັນປະເທດສະມາຊິກສົມບູນຂອງ ປາແລດສະຕິນ ແລະ ຕົກລົງສົ່ງເອກະສານນີ້ເຖິງຄະນະກຳມະການຮັບເຂົ້າເປັນສະມາຊິກໃໝ່ເຊິ່ງບໍ່ມີຄຳເຫັນຄັດຄ້ານໃດໆ. ກ່ອນໜ້ານັ້ນ, ວັນທີ 2 ເມສາ, ຄະນະນັກສັງເກດການປະຈຳການຂອງ ປາແລດສະຕິນ ໄດ້ຝາກຈົດໝາຍໃຫ້ແກ່ ທ່ານເລຂາທິການໃຫຍ່ Antonio Guterres ສະເໜີໃຫ້ ສປຊ ພິຈາລະນາໃບສະເໜີຂໍເຂົ້າເປັນສະມາຊິກອົງການຫຼາຍຝ່າຍໃຫຍ່ສຸດໃນໂລກ ດ້ວຍຖານະເປັນສະມາຊິກທາງການ ອີກເທື່ອໜຶ່ງ.

        ປີ 1974, ສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິ 3237 ໂດຍຕົກລົງເຫັນດີໃຫ້ອົງການປົດປ່ອຍ ປາແລດສະຕິນ (PLO) ແມ່ນຜູ້ສັງເກດການ. ຮອດເດືອນ ພະຈິກ 2012, ສະມັດຊາໃຫຍ່ ສືບຕໍ່ຮັບຮອງເອົາມະຕິມອບໃຫ້ລັດ ປາແລດສະຕິນ ກ່ຽວກັບກົດລະບຽບເປັນປະເທດສັງເກດການຢູ່ ສປຊ. ທ່ານນາງ Vanessa Frazier, ເອກອັກຄະລັດຖະທູດ Malta, ປະເທດດຳລົງຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງ ເດືອນ ເມສາ ປີ 2024 ຢັ້ງຢືນບັນຫາຕັດສິນຖານະເປັນສະມາຊິກຂອງ ປາແລດສະຕິນ ຈະໄດ້ດຳເນີນໃນເດືອນນີ້. ທ່ານ Riyad Mansour, ເອກອັກຄະລັດຖະທູດ ປາແລດສະຕິນ ປະຈຳ ສປຊ ເອີ້ນ “ນີ້ແມ່ນຈຸດເວລາປະຫວັດສາດ” ເມື່ອ ສະມັດຊາໃຫຍ່ ເລີ່ມພິຈາລະນາດຳເນີນເລື່ອງ ປາແລດສະຕິນ ຂໍເຂົ້າເປັນສະມາຊິກທາງການຂອງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ