ສະພາຄວາມໝັ້ນຄົງສະຫະປະຊາຊາດປຶກສາຫາລືທາງອອນລາຍກ່ຽວກັບສະພາບການຢູ່ ເຢແມນ

(VOVWORLD) -ວັນທີ 16 ເມສາ, ສະພາຄວາມໝັ້ນຄົງສະປະຊາຊາດ ໄດ້ຈັດກອງປະຊຸມທາງອອນລາຍ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ເຢແມນ ໃນຮອບເວລາ 1 ເດືອນຜ່ານມາ.

ສະພາຄວາມໝັ້ນຄົງສະຫະປະຊາຊາດປຶກສາຫາລືທາງອອນລາຍກ່ຽວກັບສະພາບການຢູ່ ເຢແມນ - ảnh 1 ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ

(ພາບປະກອບ: TTXVN)

ສະຫະປະຊາຊາດໄດ້ຕີລາຄາວ່າ, ສະພາບການຢູ່ ເຢແມນ ພວມປະສົບກັບຄວາມຫຍຸ້ງຍາກທີ່ສຸດ ຍ້ອນສົງຄາມຍັງສືບຕໍ່ເກີດຂຶ້ນຢູ່ບາງແຫ່ງ, ພ້ອມທັງຄວາມສ່ຽງຂອງໂລກລະບາດໂຄວິດ- 19 ກໍ່ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ພາຍຫຼັງທີ່ກວດພົບກໍລະນີຕິດແປດພະຍາດໂຄວິດ- 19 ຄົນທຳອິດຢູ່ປະເທດນີ້. ບັນດາສະມາຊິກຂອງສະພາຄວາມໝັ້ນຄົງໄດ້ແບ່ງປັນວ່າ, ດ້ວຍບັນດາການຕີລາຄາຂອງນັກລາຍງານ ແລະ ຮຽກຮ້ອງໃຫ້ບັນດາຝ່າຍສືບຕໍ່ມານະພະຍາຍາມປະຕິບັດຄຳສັ່ງຢຸດຍິງ, ໂດຍສະເພາະແມ່ນກຳລັງ Houthi ພ້ອມກັນເຂົ້າຮ່ວມ.

        ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ສືບຕໍ່ສະແດງຄວາມວິຕົກກັງວົນຕໍ່ບັນດາເຫດການເຄັ່ງຕຶງຫວ່າງມໍ່ໆມານີ້ ແລະ ສະພາບການມະນຸດສະທຳຢູ່ ເຢແມນ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ສະໜັບສະໜູນຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດກ່ຽວກັບເລື່ອງຢຸດຍິງຢູ່ບັນດາເຂດເກີດການປະທະກັນ ໃນສະພາບທີ່ໂລກພວມສຸມໃສ່ສະກັດກັ້ນໂລກລະບາດໂຄວິດ-19; ທ່ານກໍ່ຮຽກຮ້ອງໃຫ້ບັນດາຝ່າຍປະຕິບັດຂໍ້ຕົກລົ Stockholm ແລະ ຂໍ້ຕົກລົງ Ryadh ຢ່າງເຂັ້ມງວດ, ສືບຕໍ່ເຈລະຈາ ແລະ ກ້າວໄປເຖິງມາດຕະການແກ້ໄຂດ້ານການເມືອງຢ່າງຄົບຖ້ວນ ດ້ວຍບົດບາດເປັນຄົນກາງຂອງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ