ສະພາບການ​​ໂລກລະບາດ​ໂຄ​ວິດ -​ 19 ຢູ່​ຫວຽດນາມ ​ແລະ ​ໃນ​ໂລກ

(VOVWORLD) -ຫວຽດນາມ ໄດ້ຢ້ັງຢືນວ່າ ເປັນມື້ທີ 83  ແລ້ວ ທີ່ຫວຽດນາມບໍ່ພົບກໍລະນີຕິດເຊື້ອໂຄວິດ - 19 ໃນຊຸມຊົນ. 

        ໄລ່ຮອດເວລາ 6 ໂມງເຊົ້າຂອງວັນທີ 08 ກໍລະກົດ, ຫວຽດນາມ ໄດ້ຢ້ັງຢືນວ່າ ເປັນມື້ທີ 83  ແລ້ວ ທີ່ຫວຽດນາມບໍ່ພົບກໍລະນີຕິດເຊື້ອໂຄວິດ - 19 ໃນຊຸມຊົນ. ໄລ່ຮອດຈຸດເວລານີ້, ໄດ້ມີຜູ້ຕິດເຊື້ອຈໍານວນ 345 ຄົນໃນຈໍານວນທັງໝົດ 369 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ ເຊິ່ງກວມເອົາ 93,5%. ສ່ວນ 24 ກໍລະນີທີ່ຍັງເຫຼືອ ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ.

    ກ່ຽວກັບສະພາບການໂລກລະບາດໂຄວິດ - 19 ໃນໂລກ, ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດຕອນເຊົ້າວັນທີ 08 ກໍລະກົດ,  ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເກືອບ 12 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດຫຼາຍກວ່າ 545,6 ພັນຄົນ. ອາເມລິກາ ຍັງແມ່ນປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຈາກໂລກລະບາດດັ່ງກ່າວ.

        ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ຈໍານວນກໍລະນີຕິດເຊື້ອໂຄວິດ - 19 ທັງໝົດຢູ່ ອາເມລິກາ ລາຕິນ ແລະ Caribe ໄດ້ລື່ນກາຍຕົວເລກ 3 ລ້ານ ກໍລະນີແລ້ວ.

        ຢູ່ເອີຣົບ, ລັດເຊຍ ຍັງແມ່ນຈຸດໃຈກາງຂອງໂລກລະບາດໃນພາກພື້ນນີ້ ເມື່ອຢັ້ງຢືນມີກໍລະນີຕິດເຊື້ອຕື່ມອີກກວ່າ 6300 ກໍລະນີ ແລະ ເກືອບ 200 ກໍລະນີ ເສຍຊີວິດໃນວັນທີ 07 ກໍລະກົດ.   

        ໃນຂະນະນັ້ນ, ຢູ່ ອາຊີ, ອິນເດຍ ແມ່ນປະເທດຢືນອັນດັບທີ 3 ໃນໂລກ ກ່ຽວກັບຈໍານວນຜູ້ຕິດເຊື້ອໂຄວິດ - 19. 

ຕອບກັບ

ຂ່າວ/ບົດ​ອື່ນ