ສະພາສູງລັດເຊຍໃຫ້ສັດຕະຍາບັນຂໍ້ຕົກລົງລະຫວ່າງລັດຖະບານກັບຫວຽດນາມກ່ຽວກັບແຮງງານ
ຕະຫລາດຢູ່ມົດສະກູ
ພາບ:internet
|
(vovworld)- ວັນທີ 30/10, ສະພາສູງລັດເຊຍໄດ້ໃຫ້ສັດຕະຍາບັນຂໍ້ຕົກລົງລະຫວ່າງລັດຖະບານ ລັດເຊຍ ແລະ ລັດຖະບານ ຫວຽດນາມ ກ່ຽວກັບແຮງງານຊົ່ວຄາວຂອງປະຊາຊົນສອງປະເທດ. ເອກະສານສະບັບດັ່ງກ່າວໄດ້ຮັບການລົງນາມຢູ່ ມົດສະກູ ໃນວັນທີ 27/10/2008 ຈຸດປະສົງສ້າງກອບກົດໝາຍສາກົນເພື່ອປັບປຸງບັນຫາແຮງງານຂອງພົນລະເມືອງລັດເຊຍ ເຮັດວຽກຢູ່ຫວຽດນາມ ແລະ ພົນລະເມືອງ ຫວຽດນາມ ເຮັດວຽກຢູ່ ລັດເຊຍ. ພິເສດ ຂໍ້ຕົກລົງໄດ້ກຳນົດວິວັດການ ແລະ ຫລັກການຂອງຄົນງານເຂົ້າເມືອງ, ບັນດາບັນຫາກ່ຽວກັບ
ການເບິ່ງແຍງຂອງສັງຄົມ ແລະ ສາທາລະນະສຸກ, ອາກອນ ກໍຄືລະບອບເຂົ້າອອກເມືອງ ແລະ ການໄປມາຂອງພົນລະເມືອງສອງປະເທດ. ກຳມາທິການການຕ່າງປະເທດ ສະພາສູງ ລັດເຊຍ ເນັ້ນຫນັກວ່າ: ການໃຫ້ສັດຕະຍາບັນຂໍ້ຕົກລົງດັ່ງກ່າວ ແມ່ນຕອບສະຫນອງສິດຜົນປະໂຫຍດຂອງສະຫະພັນລັດເຊຍ, ຊ່ວຍສ້າງລະບົບຄຸ້ມຄອງຄົນງານເຂົ້າເມືອງຢ່າງມີປະສິດທິຜົນ ແລະ ຊຸກຍູ້ການຮ່ວມມືສອງຝ່າຍລະຫວ່າງສະຫະພັນລັດເຊຍ ແລະ ຫວຽດນາມ ກວ່າອີກ. ກ່ອນຫນ້ານັ້ນ, ວັນທີ 18/10, ສະພາຕຳ່ລັດເຊຍ ກໍໄດ້ໃຫ້ສັດຕະຍາບັນຂໍ້ຕົກລົງສະບັບດັ່ງກ່າວ.