ສະພາແຫ່ງຊາດ ຢູແກຼນ ປະຕິເສດຂໍ້ສະເໜີປະຕິຮູບການເລືອກຕັ້ງຂອງ ປະທານາທິບໍດີຄົນໃໝ່ V.Zelenskiy

(VOVWORLD) -ບັນດາສະມາຊິກສະພາແຫ່ງຊາດ ຢູແກຼນ ໄດ້ຄັດຄ້ານການຕັດສິນຍຸບເລີກສະພາແຫ່ງຊາດຂອງທ່ານປະທານາທິບໍດີຄົນໃໝ່ Volodymir Zelenskiy  ແລະ ບໍ່ສົນໃຈຕໍ່ຄໍາຮຽກຮ້ອງຂອງທ່ານ ກ່ຽວກັບການປັບປຸງກົດໝາຍວ່າດ້ວຍການເລືອກຕັ້ງ.
ສະພາແຫ່ງຊາດ ຢູແກຼນ ປະຕິເສດຂໍ້ສະເໜີປະຕິຮູບການເລືອກຕັ້ງຂອງ ປະທານາທິບໍດີຄົນໃໝ່ V.Zelenskiy - ảnh 1ທ່ານ Volodymir Zelenskiy ເຂົ້າພິທີສາບານຕົວຮັບດໍາລົງຕໍາແໜ່່ງເປັນປະທານາທິບໍດີ (ພາບ: AFP/TTXVN)

ນີ້ແມ່ນການກະທໍາທໍາອິດເລັ່ງໃສ່ທ່ານ Zelenskiy, ເຊິ່ງເກີດຂຶ້ນພາຍຫຼັງທີ່ທ່ານເຂົ້າພິທີສາບານຕົວຮັບດໍາລົງຕໍາແໜ່່ງເປັນປະທານາທິບໍດີ ພຽງໜຶ່ງວັນ ແລະ ກ່ອນທີ່ຈະດໍາເນີນການເລືອກຕັ້ງສະພາແຫ່່ງຊາດກ່ອນກໍານົດເວລາ ເຊິ່ງຄາດວ່າຈະດໍາເນີນໃນເດືອນ ກໍລະກົດຈະມາເຖິງ.

        ທີ່ກອງປະຊຸມວິສາມັນເມື່ອວັນທີ 22 ພຶດສະພາ, ໂດຍທ່ານປະທານສະພາແຫ່ງຊາດ Andriy Parubiy ຮຽກໂຮມ ຕາມຂໍ້ສະເໜີຂອງທ່ານປະທານາທິບໍດີ, ມີສະມາຊິກສະພາແຫ່ງຊາດພຽງ 92 ທ່ານ ໃນຈໍານວນສະມາຊິກທັງໝົດ 450 ທ່ານ ສະໜັບສະໜູນການປຶກສາຫາລືກ່ຽວກັບຮ່າງກົດໝາຍດັ່ງກ່າວ.

        ປັດຈຸບັນ, 50% ທີ່ນັ່ງໃນສະພາແຫ່ງຊາດ ແມ່ນໄດ້ຮັບການຕັດດສິນຕາມອັດຕາບັດຮັບຮອງເອົາບັນຊີລາຍຊື່ບັນດາພັກການເມືອງ ແລະ 50% ທີ່ນັ່ງ ໂດຍບັນດາຫົວໜ່ວຍເລືອກຕັ້ງຂັ້ນທ້ອງຖິ່ນເປັນຜູ້ເລືອກຕັ້ງ. ຮ່າງກົດໝາຍສະບັບປັບປຸງ ສະເໜີຈະລົບລ້າງຫົວໜ່່ວຍເລືອກຕັ້ງ, ເຊິ່ງຕາມທ່ານ Zelenskiy ແລ້ວ ແມ່ນງ່າຍທີ່ຈະຫງ່ຽງໄປຕາມຜົນປະໂຫຍດຂອງທ້ອງຖິ່ນ.


ຕອບກັບ

ຂ່າວ/ບົດ​ອື່ນ