ສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າການ, ຕັ້ງໜ້າຊຸກຍູ້ການປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງ

(VOVWORLD) - ກອງປະຊຸມຫົວເລື່ອງສະເພາະສະຫະພັນລັດຖະສະພາສາກົນ (IPU) ພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບ “ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ການກະທຳຂອງບັນດານັກສ້າງກົດໝາຍ” ໂດຍສະຫະພັນລັດຖະສະພາສາກົນ ແລະ ສະພາແຫ່ງຊາດ ຫວຽດນາມ ສົມທົບກັນຈັດຕັ້ງແຕ່ວັນທີ 11 – 13/5/2017 ຢູ່ນະຄອນ ໂຮ່ຈີມິນ. 

ສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າການ, ຕັ້ງໜ້າຊຸກຍູ້ການປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງ - ảnh 1ກອງປະຊຸມສະໄໝສາມັນຄັ້ງທີ 14 ຂອງສະພາແຫ່ງຊາດ

(ພາບ: An Đăng/TTXVN)

ກອງປະຊຸມນີ້ແມ່ນບາດກ້າວຫັນບັນດາໝາກຜົນທີ່ບັນລຸໄດ້ທີ່ກອງປະຊຸມ IPU – 132 ເປັນລະອຽດ, ຫັນຄຳໝັ້ນສັນຍາຂອງບັນດານັກສ້າງກົດໝາຍເປັນການກະທຳ, ປະກອບສ່ວນຊຸກຍູ້ເລື່ອງຜັນຂະຫຍາຍການປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງ. ດ້ວຍການເຂົ້າຮ່ວມຂອງຜູ້ແທນລັດຖະສະພາມາຈາກ 20 ປະເທດສະມາຊິກ IPU ແລະ ຫຼາຍອົງການສາກົນ, ເລື່ອງຈັດຕັ້ງກອງປະຊຸມຄັ້ງນີ້ບັນລຸຜົນສຳເລັດຈະປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງ ສະພາແຫ່ງຊາດ ຫວຽດນາມ ໃນພາກພື້ນ ແລະ ບົນເວທີສາກົນ. ກອງປະຊຸມຍັງປະກອບສ່ວນຍົກສູງຄວາມຮັບຮູ້ຂອງທຸກຂັ້ນ, ຂະແໜງການ, ທ້ອງຖິ່ນ ແລະ ຂອງປະຊາຊົນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຜົນສະທ້ອນຂອງມັນສຳລັບຊີວິດເສດຖະກິດ - ສັງຄົມທຸກໆດ້ານ ແລະ ລະດົມການຮ່ວມແຮງຮ່ວມໃຈປະກອບສ່ວນເພື່ອແນໃສ່ເປັນເຈົ້າການ, ຕັ້ງໜ້າ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ໃນຂອບເຂດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ