ສະພາແຫ່ງຊາດນັບມື້ນັບໃກ້ຊິດກັບປະຊາຊົນກວ່າ
ທ່ານເລຂາທິການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວຽນແຮ້ງຟຸ໋ກ
(ພາບປະກອບ)
(vovworld) – ວັນທີ 23/02, ຄະນະປະຈຳສະພາແຫ່ງຊາດ ສືບຕໍດຳເນີນກອງປະຊຸມຄັ້ງທີ 45, ຈຸດສຸມແມ່ນໃຫ້ຄຳເຫັນໃສ່ຮ່າງບົດລາຍງານວຽກງານໃນອາຍຸການຊຸດທີ 13 ຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດຖືວ່າ, ໃນອາຍຸການຜ່ານມາ, ສະພາແຫ່ງຊາດໄດ້ຮັບການປ່ຽນແປງໃໝ່ໃນການເຄື່ອນໄຫວສ້າງລັດຖະທຳມະນູນ, ກົດໝາຍ, ຕິດຕາມກວດກາ ແລະ ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດຢ່າງບໍ່ຢຸດຢັ້ງ, ນຳສະພາແຫ່ງຊາດນັບມື້ນັບໃກ້ຊິດຕິດແທດກັບປະຊາຊົນກວ່າ, ການເຄື່ອນໄຫວນັບມື້ນັບແທດຈິງ, ມີປະສິດທິຜົນກວ່າ. ຮ່າງບົດລາຍງານໂດຍທ່ານເລຂາທິການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວຽນແຮ້ງຟຸ໋ກ ໄດ້ຊີ້ແຈ້ງບັນດາຜົນງານສຳຄັນ, ຮອບດ້ານຂອງສະພາແຫ່ງຊາດຊຸດທີ 13. ໃນນັ້ນໄດ້ເນັ້ນໜັກວ່າ, ໃນອາຍຸການຜ່ານມາ, ການເຄື່ອນໄຫວສ້າງລັດຖະທຳມະນູນ, ກົດໝາຍ ບັນລຸໝາກຜົນພົ້ນເດັ່ນ ດ້ວຍເລື່ອງຮັບຮອງເອົາລັດຖະທຳມະນູນໃໝ່, ສ້າງລະບົບກົດໝາຍໃຫ້ສົມບູນແບບເທື່ອລະກ້າວ, ສ້າງກອບກົດໝາຍໃຫ້ແກ່ການສ້າງຕັ້ງ ແລະ ສ້າງພື້ນຖານເສດຖະກິດການຕະຫຼາດຕາມທິດສັງຄົມນິຍົມໃຫ້ສົມບູບແບບ…