ການເຮັດວຽກໃນຕອນເຊົ້າວັນທີ 4/11
(ພາບ: baomoi.com)
(vovworld) – ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຊຸດທີ 13, ຕອນບ່າຍວັນທີ 4/11, ບັນດາ ສສຊ ປຶກສາຫາລືຢູ່ຕາມໜ່ວຍກ່ຽວກັບການປັບປຸງ, ເພີ່ມເຕີມມະຕິເລກທີ 38 ລົງວັນທີ 3/14/2004 ຂອງສະພາແຫ່ງຊາດກ່ຽວກັບແຜນນະໂຍບາຍລົງທຶນກໍ່ສ້າງເສັ້ນທາງໂຮ່ຈີມິນ ແລະ ຮ່າງກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ). ກ່ຽວກັບເນື້ືອໃນຂອງມະຕິເລກທີ 38, ບັນດາ ສສຊ ສະເໜີຄວນປັບປຸງໃຫ້ເໝາະສົມກັບຄວາມຈິງຍ້ອນຄວາມຫຍຸ້ງຍາກໃນການຈັດແບ່ງທຶນ, ບຸກເບີກໜ້າພຽງ.
ໂດຍເຫັນດີເຫັນພ້ອມກັບຄວາມຈຳເປັນປັບປຸງກົດໝາຍວ່າດ້ວຍພາສີ, ສສຊ ບາງທ່ານຖືວ່າ: ຮ່າງກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ) ແມ່ນໂຄງການກົດໝາຍສຳຄັນ, ສະທ້ອນໂດຍກົງເຖິງການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ, ສົ່ງຜົນສະທ້ອນຢ່າງເລິກເຊິ່ງກ້ວາງຂວາງເຖິງວິວັດການເຊື່ອມໂຍງເຂົ້າກັບສາກົນ. ດັ່ງນັ້ນ, ໄປຄຽງຄູ່ກັບຄຳຮຽກຮ້ອງປ່ຽນໃໝ່ການເຄື່ອນໄຫວພາສີຢ່າງຮອບດ້ານ, ຫັນພາສີເປັນທັນສະໄໝ, ບັນດາ ສສຊ ເນັ້ນໜັກເຖິງເລື່ອງຄວນຍູ້ແຮງການປະຕິຮູບການບໍລິຫານ, ປະກອບສ່ວນຍົກສູງກຳລັງຄວາມສາມາດແກ້ງແຍ່ງກັບສາກົນ.
ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດເຮັດວຽກຢູ່ຫໍ່ປະຊຸມ, ຮັບຟັງການລາຍງານຂອງຄະນະປະຈຳສະພາແຫ່ງຊາດ ອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍການປະຢັດ, ຕ້ານການຟຸມເຟືອຍ (ສະບັບປັບປຸງ) ແລະ ປຶກສາຫາລື ກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນທີ່ແຕກຕ່າງກັນຂອງກົດໝາຍສະບັບນີ້.