ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍປະມູນລາຄາຊັບສົມບັດ
ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ
(ພາບປະກອບ: plo.vn)
(vovworld) - ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຫວຽດນາມ ຊຸດທີ 14. ຕອນເຊົ້າວັນທີ 24/10, ພາຍໃຕ້ການເປັນປະທານຂອງທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍປະມູນລາຄາຊັບສົມບັດ ແລະ ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍນີ້. ບົດລາຍງານອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍປະມູນລາຄາຊັບສົມບັດ ໂດຍຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດ ຫວູຮົ່ງແທງ ສະເໜີ, ໃຫ້ຮູ້ວ່າ, ມີຫຼາຍຄຳເຫັນສະເໜີບໍ່ກຳນົດກ່ຽວກັບການປະມູນລາຄາໜີ້ເສຍ ແລະ ຊັບສົມບັດຮັບປະກັນຂອງບ້ວງໜີ້ເສຍຂອງບໍລິສັດຄຸ້ມຄອງຊັບສົມບັດບັນດາອົງການສິນເຊື່ອຫວຽດນາມ (VAMC) ໃນຮ່າງກົດໝາຍ. ຕາມຂໍ້ກຳນົດຂອງກົດໝາຍທີ່ພວມປະກາດໃຊ້, VAMC ສາມາດປະຕິບັດການສ້າງໂຄງປະກອບບ້ວງເງິນໜີ້ເສຍຄືນໃໝ່, ໜູນຊ່ວຍລູກຄ້າກູ້ຢືມ, ຕົກລົງກັບລູກຄ້າກູ້ຢືມກ່ຽວກັບການຫັນໜີ້ເປັນທຶນປະກອບ, ທຶນຫຸ້ນສ່ວນເພື່ອເຂົ້າຮ່ວມການສ້າງໂຄງປະກອບການເງິນ ແລະ ການເຄື່ອນໄຫວຂອງລູກຄ້າກູ້ຢືມ, ຂາຍໜີ້ໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ...
ບັນດາສະມາຊິກສະພາແຫ່ງຊາດກໍ່ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຄື: ບັນດາຊັບສົມບັດຕ້ອງຂາຍຜ່ານການປະມູນລາຄາຕາມຂໍ້ກຳນົດຂອງກົດໝາຍ; ບຳລຸງສ້າງ ແລະ ສະໜອງໃບຢັ້ງຢືນໃຫ້ສະມາຊິກປະມູນລາຄາ…